ກຳປູເຈຍແບນແປ້ງເດັກຈາກປະເທດໄທ 5 ຍີ່ຫໍ້
ກຳປູເຈຍ ປະກາດຫ້າມນຳເຂົ້າ ແລະຈຳໜ່າຍແປ້ງເດັກຈາກປະເທດໄທ 5 ຍີ່ຫໍ້ ຊົ່ວຄາວ ຫຼັງຈາກທີ່ພົບສານປົນເປື້ອນແຮ່ໃຍຫີນໃນແປ້ງ. ສຳນັກງານຄຸ້ມຄອງຜູ້ບໍລີໂພກ ການແຂ່ງຂັນ ແລະ ປາບປາມການສໍ້ໂກງ (CCF)
ຂອງປະເທດກຳປູເຈຍ ສັ່ງລະງັບການນຳເຂົ້າ ແລະ ຈຳໜ່າຍແປ້ງເດັກຂອງປະເທດໄທ ແລະ ມາເລເຊຍ ເປັນການຊົ່ວຄາວ ເນື່ອງຈາກວ່າ ກວດສອບພົບແຮ່ໄຍຫີນ. ໂດຍແປ້ງທີ່ຖືກລະງັບ ຈາກໄທມີ 5 ຍີ່ຫໍ້ຄື:
1.ຈອນສັນ ເບບີ້ ພາວເດີ້, ຈອນສັນ ບອລສຊ່ຳ ເບບີ້ ພາວເດີ້
2.ແປ້ງເດັກ ດີນີ່ຄິສ, ດີນີ່ ນິວບອນ ເບບີ້ພາວເດີ້
3.ແປ້ງເດັກໂຄໂດໂມະ
4.ແປ້ງເດັກ ເພສັຊ
5.ເບບີ້ມາຍ ເນເຊີລັນແອນມາຍ
ທາງ CCF ລະບຸວ່າ: ແຮ່ໄຍຫີນບໍ່ຄວນມາຢູ່ໃນຜະລິດຕະພັນເຄື່ອງສຳອາງ ເພາະອາດໃຫ້ເກີດອັນຕະລາຍຮ້າຍແຮງຕໍ່ສຸຂະພາບຂອງຜູ້ບໍລິໂພກ ໂດຍສະເພາະອາດຈະເຮັດໃຫ້ເປັນມະເຮັງ ເຊິ່ງແປ້ງເດັກທົ່ວໄປຕ້ອງປາສະຈາກແຮ່ໄຍຫີນ.
CCF ຍັງໄດ້ສັ່ງໃຫ້ຜູ້ນຳເຂົ້າ ແລະ ຜູ້ຈັດຈຳໜ່າຍເກັບຜະລິດຕະພັນຄືນ ແລະ ເອົາອອກຈາກຕະຫຼາດ ພ້ອມກັບໃຫ້ເວລາ 2 ອາທິດ ໃນການນຳເອົາຜະລິດຕະພັນທີ່ມີໄຍຫີນໄປກວດສອບວິເຄາະ, ຫຼັງຈາກນັ້ນຈຶ່ງຈະມີການປະກາດກ່ຽວກັບມາດຕະການຕໍ່ໄປ ຫຼັງຈາກທີ່ໄດ້ຮັບຜົນການວິເຄາະຮຽບຮ້ອຍແລ້ວ.
ທັ້ງນີ້ ແຮ່ໄຍຫີນ ເປັນແຮ່ທຳມະຊາດທີ່ປົນຢູ່ໃນຫີນ ມີລັກສະນະເປັນເສັ້ນໄຍລະອຽດ ສ່ວນຫຼາຍຈະຖືກນຳໃຊ້ໃນສ່ວນປະສົມຂອງ ການຜະລິດວັດສະດຸກໍ່ສ້າງ ທໍ່ນ້ຳຊີມັງ ແລະ ອື່ນໆ.