ຈິງ ຫຼື ບໍ່? ດື່ມກາເຟຕອນທ້ອງວ່າງສົ່ງຜົນກະທົບຕໍ່ກະເພາະອາຫານ.
ຄົນສ່ວນໃຫຍ່ຕື່ນເຊົ້າມານອກຈາກອາຫານເຊົ້າທີ່ຕ້ອງຮັບປະທານແລ້ວ ສິ່ງໜຶ່ງທີ່ຂາດບໍ່ໄດ້ເລີນັ້ນກໍຄື ກາເຟ ເຊິ່ງບາງຄົນອາດເລືອກດື່ມກາເຟຮອງທ້ອງ ໂດຍທີ່ບໍ່ຕ້ອງກິນເຂົ້າເຊົ້າກໍໄດ້ ແຕ່ຮູ້ຫຼືບໍ່ວ່າການດື່ມກາເຟໃນຂະນະທີ່ທ້ອງວ່າງນັ້ນ ອາດສົ່ງຜົນບໍ່ດີຕໍ່ກະເພາະອາຫານໄດ້ ວ່າແຕ່ຂໍ້ເທັດຈິງເລື່ອງນີ້ເປັນແນວໃດ ເຮົາມີຂໍ້ມູນມາຝາກ.
“ເປັນຄວາມຈິງ” ເນື່ອງຈາກຂະນະທີ່ທ້ອງວ່າງຮ່າງກາຍຈະຫຼັ່ງກົດໄຮໂດຣຄຣໍຣິກໃຫ້ສະພາວະຂອງກະເພາະອາຫານເປັນກົດ ຄາເຟອີນໃນກາເຟຈະກະຕຸ້ນໃຫ້ຫຼັ່ງກົດຫຼາຍຂຶ້ນ ເຊິ່ງຫາກບໍ່ມີອາຫານເຂົ້າໄປໃນທ້ອງ ກົດນີ້ຈະໄປທຳລາຍຜະໜັງກະເພາະອາຫານ ເຮັດໃຫ້ເປັນແຜໃນກະເພາະອາຫານ ແລະ ນຳໄປສູ່ການເປັນກົດໄຫຼຍ້ອນໄດ້ເພື່ອປ້ອງກັນກົດໃນກະເພາະອາຫານ ຄວນຮັບປະທານອາຫານເຊົ້າ ຮອງທ້ອງແລ້ວຄ່ອຍຕາມດ້ວຍກາເຟ.