ຈີນກ່າວຫາໄຕ້ຫວັນພະຍາຍາມກະຕຸ້ນສະຖານະການຕຶງຄຽດຫຼັງຍິງໂດຣນຕົກໃກ້ແຄມຝັ່ງຈີນ
ທາງການຈີນກ່າວຫາໄຕ້ຫວັນ ພະຍາຍາມກະຕຸ້ນສະຖານະການຕຶງຄຽດຫຼັງຍິງໂດຣນຂອງພົນລະເຮືອນຕົກໃກ້ຊາຍຝັ່ງຈີນ ຈ້າວ ລີ້ຈ້ຽນ ໂຄສົກກະຊວງຕ່າງປະເທດຈີນ ເປີດເຜີຍວ່າ ພັກປະຊາທິປະໄຕກ້າວໜ້າ ຫຼື DPP ຂອງລັດຖະບານໄຕ້ຫວັນພະຍາຍາມກະຕຸ້ນສະຖານະການຕຶງຄຽດ
ຫຼັງກອງທັບໄຕ້ຫວັນຍິງໂດຣນລຳໜຶ່ງຂອງພົນລະເຮືອນ ບໍ່ຮູ້ຝ່າຍ ຕົກໄກ້ແຄມຝັ່ງຈີນບໍ່ດົນມານີ້ ໄຕ້ິຫວັນຍິງໂດຣນດັ່ງກ່າວຕົກເນື່ອງຈາກໂດຣນບິນເຂົ້າມາໃນເກາະຄວບຄຸມຂອງໄຕ້ຫວັນນອກຊາຍຝັ່ງຈີນ ນາຍົກລັດຖະມົນຕີ ຊູ ເຈິງ-ຊາງ ຂອງໄຕ້ຫວັນ ລະບຸວ່າ
ການຍິງໂດຣນຕົກເປັນເລື່ອງສຳຄັນຫຼາຍ ຫຼັງຍິງເຕືອນໄປຫຼາຍຮອບ ພ້ອມຮຽກຮ້ຽກໃຫ້ຈີນອົດກັ້ນ ແນວໃດກໍຕາມທັງໄຕ້ຫວັນແລະຈີນ ບໍ່ເຄີຍລະບຸວ່າ ໂດຣນທີ່ຖຶກຍິງຕົກເປັນຂອງຈີນ
ກ່ອນໜ້ານີ້ກະຊວງປ້ອງກັນປະເທດໄຕ້ຫວັນແຈ້ງວ່າ ໄດ້ຍ້າຍປືນຕໍ່ຕ້ານໂດຣນໄປປະຈຳການນອກເກາະຈິນເໝິນແລະເກາະມັດສີ ຫຼັງເກີດເຫດໂດຣນຫຼາຍລຳບິນເຂົ້າມາແລະເຊື່ອວ່າ ມາຈາກຈີນ
ທັງນີ້ໄຕ້ຫວັນພົບເຫັນໂດຮນພົນລະເຮືອນຫຼາຍລຳ ເໜືອໝູ່ເກາະຂອງໄຕ້ຫວັນທີ່ຢູ່ຕິດແຄມຝັ່ງມົນທົນຝູຈ້ຽນຂອງຈີນ ເຊິ່ງໂດຣນໜຶ່ງໃນນັ້ນໄດ້ຖືກຍິງຕົກເໜືອທະເລໃນເກາະຈິນເໝິນ ຫຼັງບໍ່ສົນໃຈຄຳເຕືອນຂອງກອງທັບໄຕ້ຫວັນ.