ຈີນປະກາດລົງໂທດ ນາງ ແນນຊີ ເປໂລຊີ
ຈີນປະກາດລົງໂທດນາງເປໂລຊີ ໂດຍບໍ່ເອົາຫົວຊານຳການຄັດຄ້ານຢ່າງຮຸນແຮງແລະການປະທ້ວງຢ່າງເຄັ່ງຂຶມຂອງຝ່າຍຈີນ, ນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາ ໄດ້ດື້ດຶງເດີນທາງຢ້ຽມຢາມໄຕ້ຫວັນ
ໄດ້ແຊກແຊງວຽກງານພາຍໃນຂອງຈີນຢ່າງໜັກໜ່ວງ, ໄດ້ທຳລາຍອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຈີນຢ່າງໜັກໜ່ວງ, ໄດ້ຢຽບຢ່ຳຫຼັກການປະເທດຈີນດຽວຢ່າງໜັກໜ່ວງ, ແລະໄດ້ສ້າງໄພຂົ່ມຂູ່ຕໍ່ສັນຕິພາບແລະສະຖຽນລະພາບຂອງເຂດຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ.
ໂດຍແນໃສ່ການກະທຳທ້າທາຍເກາະຜິດຢ່າງບັງອາດຂອງນາງເປໂລຊີ, ແລະອີງຕາມກົດໝາຍທີ່ກ່ຽວຂ້ອງຂອງສາທາລະນະລັດປະຊາຊົນຈີນ, ປະເທດຈີນຕົກລົງລົງໂທດນາງເປໂລຊີ ພ້ອມຍາດຕິພີ່ນ້ອງສາຍເລືອດດຽວກັນຂອງນາງ.
ທີ່ມາ: CRI