ຊາດພັນທະມິດທົ່ວໂລກມອບອາວຸດຢຸດໂທປະກອນໃຫ້ຢູເຄຼນເພື່ອຕ້ານກອງທັບຣັດເຊຍ
ຢູເຄຼນຮຍກຮ້ອງຕໍ່ນານາຊາດອີກຄັ້ງ ໃຫ້ຊ່ວຍສົ່ງມອບອາວຸດຢຸດໂທປະກອນເພີ່ມຂື້ນ ເພື່ອໃຊ້ຕໍ່ຕ້ານກອງທັບຣັດເຊຍທີ່ກຳລັງຮຸກຮານໜັກໃນພາກຕາເວັນອອກ ປະທານາທິບໍດີ ໂວໂລດິມີ ເຊເລນສະກີ
ກ່າວຕໍ່ກອງປະຊຸມອົງການສົນທິສັນຍາແອດແລນຕິກເໜືອ ຫຼືນາໂຕວ່າ “ ເຮົາຕ້ອງການລະບົບອາວຸດຕາມແບບທີ່ຕ້ອງການ ຊາດສະມາຊິກນາໂຕກໍຍັງຄົງຕ້ອງປະເຊີນສົງຄາມກັບຣັດເຊຍດ້ວຍຕົນເອງໃນອານາຄົດອັນໃກ້ນີ້
ປະຈຸບັນມີເກືອບ 30ປະເທດ ທີ່ສົ່ງມອບອາວຸດຢຸດໂທປະກອນ ຈຳນວນຫຼາຍໃຫ້ຢູເຄຼນ ແຕ່ບັນດາອາວຸດໜັກນັ້ນສົ່ງມາເຖິງລ່າຊ້າຈົນໃນບາງພື້ນທີ່ກອງກຳລັງຢູເຄຼນມີອາວຸດໜ້ອຍກວ່າຝ່າຍຣັດເຊຍຢູ່ຫຼາຍ.