ຊີເຣຍທີ່ຮັກແພງຣັດເຊຍ ທຳລາຍສາຍພົວພັນທາງການທູດຢູເຄຼນ.
ກະຊວງການຕ່າງປະເທດຊີເຣຍເຜີຍ ຊີເຣຍຕັດສິນໃຈຢຸດຄວາມສຳພັນກັບຢູເຄຼນກັບຫຼັກການຕອບແທນດຊິ່ງກັນ ແລະ ກັນ.
ວັນທີ່ 21 ກໍລະກົດ 2022 ອັນຈາຊີຣາລາຍງານວ່າ ຊີເຣຍ ເຊິ່ງເປັນພັນທະມິດທີ່ໄກ້ຊິດກັບຣັດເຊຍ ປະກາດຢຸເຕິຄວາມສຳພັນທາງການທູດກັບຢູເຄຼນ ເພື່ອຕອບໂຕ້ຄວາມເຄື່ອນໄຫວກ່ອນໜ້ານີ້ຂອງຢູເຄຼນ
ຖ້ອຍຖະແຫຼງຂອງກະຊວງການຕ່າງປະເທດຊີເຣຍເມື່ອວັນພຸດລະບຸວ່າ ສາທາລະນະລັດອາຣັບ ຊີເຣຍ ຕັດສິນໃຈຢຸດຕິຄວາມສຳພັນທາງການທູດກັບຢູເຄຼນຕາມຫຼັກການຂອງການແລກປ່ຽນເຊິ່ງກັນ ແລະ ກັນ
ໃນທ້າຍເດືອນທີ່ຜ່ານມາ “ເຊເລັນສະກີ” ຜູ້ນຳຢູເຄຼນ ກ່າວວ່າ ທາງການຢູເຄຼນຈະຕັດຄວາມສຳພັນກັບຊິເຣຍ ຫຼັງຈາກຊີເຣຍຮັບຮອງເອົາເອກະລາດສາທາລະນະລັດໂດເນສ ແລະ ລູຮັນທີ່ຣັດເຊຍໜູນຫຼັງ ທາງຕາເວັນອອກຂອງຢູເຄຼນ
ເຊເລັນສະກີກ່າວເວລານັ້ນວ່າ ຈະບໍ່ມີຄວາມສຳພັນລະຫວ່າງຢູເຄຼນກັບຊີເຣຍອີກຕໍ່ໄປ
ກະຊວງການຕ່າງປະເທດຊີຣຍເຜີຍວ່າ ຢູເຄຼນຕັດສາຍພົວພັນຄວາມສຳພັນກັບຢູເຄຼນຄັ້ງທຳອິດເມື່ອປີ 2018 ໂດຍປະຕິເສດທີ່ຈະຍືນຍັນຖິ່ນທີ່ຢູ່ຂອງເຈົ້າໜ້າທີ່ທູດຣັດເຊຍໃນຢູເຄຼນ ເຮັດໃຫ້ເຈົ້າໜ້າທີ່ເຫຼົ່ານັ້ນບໍ່ສາມາດປະຕິບັດໜ້າທີ່ໄດ້
ຊີເຣຍລະບຸອີກດ້ວຍວ່າ ສະຖານທູດຊີເຣຍໃນເວລານັ້ນໄດ້ລະງັບການເຮັດໜ້າທີ່ ອັນເປັນຜົນຈາກທັດສະນະຄະຕິອັນບໍ່ເປັນມິດຂອງລັດຖະບານຢູເຄຼນ
ການປະກາດເມື່ອວັນພຸດເກີດຂຶ້ນໃນຂະນະທີ່ “ໄຟຊາລ ເມັກເດັດ” ລັດຖະມົນຕີຕ່າງປະເທດຊີເຣຍພົບກັບເຈົ້າໜ້າທີ່ອີຣ່ານໃນກຣຸງເຕຫະຣານ ໜຶ່ງມື້ລັງຈາກການປະຊຸມສຸດຍອດຜູ້ນຳລະຫວ່າງຮັດເຊຍ ອີຣ່ານ ແລະ ຕຸຣາກີ ເມືອງຫຼວງຂອງອີຣ່ານ
ໃນການເດີນທາງໄປຕ່າງປະເທດຄັ້ງທີ່ສອງນັບຕັ້ງແຕ່ຣັດເຊຍບຸກຢູເຄຼນເມື່ອເດືອນກຸມພາ ຜູ້ນຳຣັດເຊຍ “ປູຕິນ” ຫາລືກ່ຽວກັບຄວາມຂັດແຍ້ງໃນຊີເຣຍກັບ “ອິບຣາຮິມ ໄຮຊີ” ຜູ້ນຳອີຣ່ານ ແລະ “ເຣເຊປ ເຕີຍຍິປ ເອີໂດກັນ” ຜູ້ນຳຕຸລາກີ
ຄວາມສຳພັນຣັດເຊຍ-ຊີເຣຍ.
ຣັດເຊຍ ແລະ ຊີເຣຍໄກ້ຊິດກັນຫຼາຍຂຶ້ນຫຼັງຈາກປູຕິນເຂົ້າແຊກແຊງກັນໃນສົງຄາມກາງເມືອງຂອງຊີເຣຍເພື່ອຊ່ວຍດຸ່ນດ່ຽງອຳນາດຂອງການສະໜັບສະໜູນປະທານາທິບໍດີ “ບາຊາຣ ອັນ-ອັສຊາກ”
ໃນທາງກັບກັນ ລັດຖະບານຂອງອັສຊາກໃນປີ 2018 ສະໜັບສະໜູນຣັດເຊຍໃນການຮັບຮອງດິນແດນ 2 ແຫ່ງ ໄດ້ແກ່ ອັບຄາເຊຍ ແລະ ເຊົາອອສຊີເຊຍ ເຊິ່ງເປັນທີ່ຍອມຮັບໃນລະດັບສາກົນວ່າ ເປັນສ່ວນໜຶ່ງຂອງຈໍເຈຍ
ຊີເຣຍຍັງຮັບຮອງເອາເອກະລາດ 2 ດິນແດນໃນພາກພື້ນໂດເນສ ແລະ ລູຮັນຂອງຢູເຄຼນ ເຊິ່ງເປັນການກະທຳທີ່ກົງກັນຂ້າມກັບຊຸມຊົນລະຫວ່າງປະເທດ
ເມື່ອເດືອນເມສາ ນັກວິເຄາະໃຫ້ສຳພາດອັນຈາຊີຣາວ່າ ຣັດເຊຍກຳລັງພະຍາຍາມດຶງດູດນັກຮົບຊີເຣຍມາຮ່ວມການຕໍ່ສູ້ໃນຢູເຄຼນ.