ທຣ້ຳ ເຊື່ອອາດເກີດສົງຄາມໂລກຄັ້ງທີ່3 ຈາກການວຸ້ນວາຍຂອງ ໄບເດນ
ໂດນັນ ທຣ້ຳ ອາດີດຜູ້ນຳສະຫະລັດເຊື່ອ ສົງຄາມໂລກຄັ້ງທີ 3 ມີຄວາມເປັນໄປໄດ້ ເພາະຄວາມໂງ່ຈ້າຂອງປະທານາທິບໍດີ ໂຈ ໄບເດນ ກ່ຽວກັບເລື່ອງຢູເຄຼນ ທຣ້ຳ ອາດີດປະທານາທິບໍດີສະຫະລັດ ກ່າວໃນງານຊຸມນຸມ Save America ທີ່ລັດເນວາດາ
ຮຽກຮ້ອງໃຫ້ຢຸດຕິຄວາມຂັດແຍ້ງລະຫວ່າງຣັດເຊຍກັບຢູເຄຼນດ້ວຍສັນຕິວິທີ ຫຼັງຈາກເລີ່ມຕົ້ນໃນເດືອນກຸມພາ ເຊິ່ງປະທານາທິບໍດີວະລາດິມີ ປູຕິນ ຂອງຣັດເຊຍ ສັ່ງປະຕິບັດການພິເສດທາງທະຫານໃນຢູເຄຼນ
ທຣ້ຳ ເຕືອນວ່າ ຈະບໍ່ມີຫຍັງຫຼົງເຫຼືອໃນໂລກນີ້ ເພາະມີຄົນບາງຄົນບໍ່ໄດ້ຊີ້ນຳໃຫ້ເຫັນເຖິງອັນຕະລາຍຂອງສະຖານະການທີ່ຫຼາຍຂຶ້ນ ແລະອາວຸດນິວເຄຼຍ ເຊິ່ງເຂົາຕ້ອງການໃຫ້ເຈລະຈາເພື່ອຍຸຕິຄວາມຂັດແຍ້ງໃນຢູເຄຼນ ຫຼືເຮົາຈະລົງທ້າຍດ້ວຍສົງຄາມໂລກຄັ້ງທີ 3 ແລະຈະບໍ່ມີຫຍັງຫຼົງເຫຼືອໃນໂລກ
ຄຳກ່າວຂອງ ທຣ້ຳ ມີຂຶ້ນຫຼັງປະທານາທິບໍດີໂຈ ໄບເດນ ຂອງ
ສະຫະລັດ ເຕືອນເຖິງຄວາມສ່ຽງຂອງອາວຸດນິວເຄຼຍ ທີ່ຈະເຮັດໃຫ້ເກີດມື້ໂລກາພິວັດ ໄບເດນ ກ່າວຕໍ່ຜູ້ບໍລິຈາກພັກເດໂມແຄໃນນະຄອນນິວຢອກ ກ່ຽວກັບເລື່ອງນິວເຄຼຍເປັນຄັ້ງທຳອິດ