ນາຍົກລັດຖະມົນຕີທ່ານຍິງຂອງຟິນແລນເມົາແລ້ວເຕັ້ນໂຊ
ຊານນາ ມາຣິນ ນາຍົກລັດຖະມົນຕີຟິນແລນ ມີຜົນກວດຫາສານເສບຕິດເປັນລົບ ຫຼັງປາກົດຄຣິບວີດີໂອທີ່ກໍ່ໃຫ້ເກີດການໂຕ້ຖຽງໃນວົງກວ້າງ ເປັນຮູບພາບທີ່ລາວກຳລັງເຕັ້ນຢ່າງມ່ວນຊື່ນກັບໝູ່ເພື່ອນຂອງລາວ ຜູ້ນຳຍິງທ່ານນີ້ຍອມຮັບດື່ມສິ່ງ ມືນ ເມົາ
ໃນງານລ້ຽງແຕ່ຢືນຢັນຕະຫຼອດຊີວິດບໍ່້ເຄີຍແຕະຕ້ອງຢາ ເ ສ ບ ຕິ ດ ຈັກໜ້ອຍເລີຍ ຕົວຢ່າງປັດສະວະຂອງ ມາຣິນ ຖືກນຳໄປກວດຫາສານເສບຕິດຕ່າງໆ ຈາກການເປີດເຜີຍຂອງ ໄອດາ ວັນລິນ ທີ່ປຶກສາພິເສດຂອງນາຍົກລັດຖະມົນຕີ
“ ຜົນກວດສານ ເສບ ຕິດ ຂອງນາຍົກລັດຖະມົນຕີ ຊານນາ ມາຣິນ ບໍ່ພົບສານເສບຕິດ” ທຳນຽບນາຍົກລັດຖະມົນຕີລະບຸໃນການຖະແຫຼງ ພ້ອມລະບຸວ່າ ຜົນກວດດັ່ງກ່າວລົງນາມໂດຍແພດທ່ານໜື່ງ
ສຽງທີ່ໄດ້ຍິນໃນຄິບວີດີໂອ ມີການເວົ້າຄຳໜື່ງເຊິ່ງໃນສັບສະແລງຟິນແລນນັ້ນສາມາດໝາຍເຖິງຢາ ເສ ບຕິດ ບາງຢ່າງ ທີ່ເປັນປະເດັນໂຕ້ຖຽງຢ່າງໜັກໃນສື່ສັງຄົມອອນລາຍ ແລະກະຕຸ້ນໃຫ້ນາຍົກລັດຖະມົນຕີທ່ານນີ້ຕ້ອງລາອອກມາປະຕິເສດຢ່າງໜັກແໜ້ນ.