ນາໂຕເຕືອນສົງຄາມຢູເຄຼນອາດຈະຍືດເຍື້ອຫຼາຍປີ.
ເລຂາທິການນາໂຕຊີ້ສົງຄາມໃນຢູເຄຼນອາດຍືດເຍື້ອຫຼາຍປີ ຣັດເຊຍເລັ່ງໂຈມຕີ ຫຼັງອີຢູຮັບຮອງສະຖານະຜູ້ສະໝັກຂອງຢູເຄຼນ
ວັນທີ 19 ມິຖຸນາ 2022 ແຊນແນລນິວຊ່ອງຂ່າວເອເຊຍລາຍງານວ່າ ຜູ້ນຳນາໂຕ້ເຜີຍວ່າສົງຄາມໃນຢູເຄຼນອາດກິນເວລາດົນຫຼາຍປີເນື່ຶງຈາກຣັດເຊຍໄດ້ເລັ່ງໂຈມຕີ ຫຼັງຈາກສະຫະພາບເອີຣົບ (EU) ຮັບຮອງຢູເຄຼນເປັນຜູ້ສະໝັກເຂົ້າຮ່ອມEU
ໜັງສືພິມບິລຂອງເຢຍລະມັນ ລາຍງານວ່າ “ເຈນ ສະະຕອລເຕນເບີກ” ລາຂາທິການນາໂຕ ກ່າວວ່າ ການຈັດຫາອາວຸດທັນສະໄໝໃຫ້ກັບກອງທັບຢູເຄຼນຈະເພີ່ມໂອກາດໃນການປົດປ່ອຍພູມພາກດອນບາສຈາກການຄວບຄຸມຂອງຣັດເຊຍ
“ເຮົາຈຳເປັນຕ້ອງກຽມພ້ອມສຳຫຼັບຄວາມຈິງມີ່ວ່າມັນອາດຕ້ອງໃຊ້ເວລາຫຼາຍປີ ເຮົາຕ້ອງບໍ່ຍອມແພ້ໃນການສະໜັບສະໜູນຢູເຄຼນ” ສະຕອລເຕນເບີກ ກ່າວແລະວ່າ “ເຖິງວ່າຄ່າໃຊ້ຈ່າຍຈະສູງ ບໍ່ແມ່ນສະເພາະການສະໜັບສະນູນທາງທະຫານເທົ່ານັ້ນ ແຕ່ຍັງລວມເຖິງລາຄາພະລັງງານ ແລະ ອາຫານທີ່ສູງຂຶ້ນອີກດ້ວຍ”
“ບໍຣິສ ຈອນສັນ” ລັດທະມົນຕີອັງກິດ ເຊິ່ງເດີນທາງມາກຣຸງຄຽຟເມື່ອວັນສຸກ ໄດ້ສະແດງຄວາມເຫັນໃນລັກສະນະດຽວກັນກ່ຽວກັບຄວາມຈຳເປັນໃນການກຽມພ້ອມສຳຫຼັບການເຮັດສົງຄາມອັນຍາວນານ
“ນັ້ນໝາຍເຖິງການຮັບປະກັນວ່າຢູເຄຼນໄດ້ຮັບອາວຸດ ອຸປະກອນ ກະສຸນ ແລະ ການຝຶກທີ່ໄວກວ່າຜູ້ຮຸກຮານ” ຈອນສັນຂຽນໃນບົດຄວາມໜັງສືພິມຊັນເດໄທມັສຂອງອັງກິດ
ຂໍ້ຄວາມໃນບົດຄວາມລະບຸອີກວ່າ “ເວລາເປັນປັດໃຈສຳຄັນ ທຸກຢ່າຈະຂຶ້ນຢູ່ກັບວ່າຢູເຄຼນສາມາດເສີມຄວາມສາມາດໃນການປົກປ້ອງດິນແດນຂອງຕົນໄດ້ໄວກວ່າທີ່ຣັດເຊຍຈະສາມາດໃນການໂຈມຕີໄດ້ຫຼືບໍ່”
ລະຫວ່າງການໃຫ້ສຳພາດກັບຜູ້ສື່ຂ່າວເມື່ອວັນເສົາ ຈອນສັນເນັ້ນຍໍ້າເຖິງຄວາມຈຳເປັນໃນການຫຼັກລ່ຽງທີ່ຈະເຮັດໃຫ້ຢູເຄຼນເມື່ອຍ ໃນຂະນະທີ່ກອງທັບຣັດເຊຍກຳລັງຮຸກຄືບເທື່ອລະໜ້ອຍ ໂດຍພັນທະມິດຈຳເປັນຕ້ອງສະແດງໃຫ້ຊາວຢູເຄຼນເຫັນວ່າພວກເຂົາຈະໄດ້ຮັບການສະໜັບສະໜູນຍາວນານ
ຢູເຄຼນໄດ້ຮັບການສົ່ງເສີມຢ່າງຫຼາຍເມື່ອວັນສກ ເມື່ອຄະນະກຳມະການເອີຣົບຮັບຮອງວ່າຢູເຄຼນມີສະຖານະເປັນຜູ້ສະໝັກສະມາຊິກEU ໂດຍຄາດວ່າຢູເຄຼນຈະໄດ້ຮັບການຮັບຮອງເປັນສະມາຊິກໃນການປະຊຸມສຸດຍອດອາທິດນີ້
ເລື່ອງນີ້ຈະສະແດງໃຫ້ຢູເຄຼນເຫັນແຮງສະໜັບສະໜູນໄດ້ເປັນຢ່າງດີເພາະຢູເຄຼນປາຖະໜາວ່າຈະຮ່ວມເປັນສະມາຊິກEUຕັ້ງແຕ່ຊ່ວງກ່ອນຖືກຣັດເຊຍຮຸກຮານເມື່ອວັນທີ24 ກຸມພາ ແຕ່ຂະບວນການເຂົ້າຮ່ວມສະມາຊິກຕ້ອງໃຊ້ເວລາຫຼາຍປີ.