ນ້ຳຕາຊືມ! ຂັບລົດໄປສົ່ງໄຂ່ ໝາແລ່ນຕັດໜ້າລົດປີ້ນໄຂ່ແຕກຊະ 30ພັນໜ່ວຍ
ສະຖານີຕຳຫຼວດ (ປະເທດໄທ) ລາຍງານວ່າໄດ້ຮັບແຈ້ງເຫດມີລົດປີ້ນຂວ້ຳ ຈຶ່ງໄປກວດສອບຈຸດເກີດເຫດ ພົບກະບະດັດແປງເປັນຕູ້ ປີ້ນຫງາຍທ້ອງຕີນລົດຊີ້ຟ້າຂ້າງທາງ ສະພາບພັງເສຍຫາຍ

ລໍ້ຫຼັງດ້ານຂວາແຕກ ເຊິ່ງຜູ້ຂັບລົດບໍ່ໄດ້ຮັບບາດເຈັບ ແຕ່ໄຂ່ໄກ່ທີ່ບັນທຸກຈຳນວນ 2ໂຕນ 1.000ແຜງ ລວມ 30.000ໜ່ວຍ ແຕະກະຈາຍໄປທົ່ວ ມີເຫຼືອເກັບໄດ້ພຽງ 16ໜ່ວຍເທົ່ານັ້ນ.

ສອບຖາມເບື້ອງຕົ້ນຄົນຂັບເປີດເຜີຍວ່າ ກຳລັງຂັບລົດບັນທຸກໄຂ່ຈາກຟາມກຳລັງຈະໄປສົ່ງລູກຄ້າ ເມື່ອຮອດຈຸດເກີດເຫດມີໝາແລ່ນຕັດໜ້າລົດ ຈຶ່ງຫັກລົບເຮັດໃຫ້ຢາງແຕກ ກ່ອນເສຍຫຼັກພຸ່ງລົງຂ້າງທາງແລ້ວປີ້ນຂວ້ຳດັ່ງກ່າວ.

ຫຼັງຈາກກວດສອບບ່ອນເກີດເຫດແລ້ວ ໄດ້ໃຫ້ລົດຍົກມາລາກລົດທີ່ປີ້ນຂວ້ຳອອກຈາກບ່ອນເກີດເຫດ ເພື່ອຈະໄດ້ທຳຄວາມສະອາດທາງ ເພາະໄຂ່ທີ່ແຕກເຮັດໃຫ້ທາງມື່ນອາດຈະເກີດອຸບັດຕິເຫດຂຶ້ນອີກ.