ປູຕິນຊີ້!ໂດດດ່ຽວລັດເຊຍເປັນໄປບໍ່ໄດ້ ຢ້ຳບໍ່ໄດ້ສູນເສຍຫຍັງຈາກການຂວ້ຳບາດ
ປະທານາທິບໍດີ ປູູຕິນເຜີຍ ການໂດດດ່ຽວຣັດເຊຍຂອງຊາດຕາເວັນຕົກເປັນໄປບໍ່ໄດ້ ແລະຣັດເຊຍເບນເຂັມໄປຍັງຕະຫຼາດຕາເວັນອອກກາງຊີ້ຣັດເຊຍບໍ່ໄດ້ສູນເສຍຫຍັງເລີຍໃນການປະເຊີນໜ້າກັບສະຫະລັດ ເລື່ອງຄວາມຂັດແຍ້ງໃນຢູເຄູນແຕ່ກັບເປັນໄປບໍ່ໄດ້.
ປະທານາທິບໍດີ ວະລາດິມີ ປູຕິນ ຜູ້ນຳຣັດເຊຍປະກາດໃນເວທີປະຊຸມເສດຖະກິດທີ່ເມືອງວະລາດິໂວສຕອກ ທາງຕາເວັນອອກຂອງປະເທດວ່າ ຄວາມພະຍາຍາມໂດດດ່ຽວຣັດເຊຍຂອງຊາດຕາເວັນຕົກເປັນໄປບໍ່ໄດ້ ແລະຣັດເຊຍຈະທ້າທາຍຄວາມພະຍາຍາມຂອງຊາດຕາເວັນຕົກທີ່ຕ້ອງການດຶງຣັດເຊຍອອກຈາກເວທີໂລກ
ປູຕິນກ່າວຕໍ່ໄປວ່າ ຂະນະນີ້ຣັດເຊຍໄດ້ເບິ່ງເຫັນໂອກາດຫຼາຍຂຶ້ນໃນການເຂົ້າສູ່ຕະຫຼາດຕ່າງໆ ໃນຕາເວັນອອກກາງແລະອີຣ່ານຫຼັງຖືກຊາດຕາເວັນຕົກຂວ້ຳບາດ ເພື່ອຕອບໂຕ້ທີ່ຣັດເຊຍປະຕິບັດການທາງທະຫານໃນຢູເຄຼນ ແລະກ່າວວ່າ
ເສດຖະກິດຣັດເຊຍກຳລັງຈັດການກັບສິ່ງທີ່ເຂົາລະບຸວ່າ ເປັນຄວາມຮຸກຮານທາງການເງີນແລະເທັກໂນໂລຊີຂອງຕາເວັນຕົກ ແຕ່ຍອມຮັບວ່າເປັນເລື່ອງຍາກໃນບາງປະເທດທີ່ເປັນຊາດອຸດສາຫະກຳ ແລະ ມີການຢໍ້າວ່າ
ຕາເວັນຕົກກຳລັງລົ້ມເຫຼວເພາະຄວາມພະຍາຍາມຮຸກຮານແລະໄຮ້ຜົນທີ່ຈະໂດດດ່ຽວຣັດເຊຍດ້ວຍມາດຕາການຂວ້ຳບາດກຳລັງທຳລາຍເສດຖະກິດໂລກ