ປູຕິນເຕືອນຊາດຕາເວັນຕົກບໍ່ໄດ້ຂູ່ໃຫ້ຢ້ານ ກໍລະນີໃຊ້ນິວເຄຼຍແລະລະດົມພົນຄັ້ງໃຫຍ່
ປະທານາທິບໍດີຣັດເຊຍ ເຕືອນຊາດຕາເວັນຕົກບໍ່ໄດ້ຂົ່ມຂູ່ໃຫ້ຢ້ານກົວ ກໍລິນີໃຊ້ນິວເຄຼຍ ແລະສັ່ງລະດົມພົນຄັ້ງໃຫຍ່ ຕັ້ງແນ່ສົງຄາມໂລກຄັ້ງທີ 2 ປະທານາທິບໍດີວະລາດິເມຍ ປູຕິນ ຜູ້ນຳຣັດເຊຍອອກຖະແຫຼງການທາງໂທລະທັດແຫ່ງຊາດ
ປະກາດສັ່ງລະດົມພົນຄັ້ງທຳອິດນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2 ແລະເຕືອນວ່າ ຣັດເຊຍຈະຕອບໂຕ້ ດ້ວຍອາວຸດຊົງພະລັງທີ່ມີຢູ່ທັງໝົດ ຫາກຊາດຕາເວັນຕົກຍັງຄົງລະບຸໃນສິ່ງທີ່ເຂົາຮຽກວ່າ “ ເປັນການຂົ່ມຂູທາງນິວເຄຼຍອີກ”
ຄຳເຕືອນແບບກົງໄປກົງມາຂອງ ປູຕິນ ຜູ້ນຳສູງສຸດຂອງຣັດເຊຍ ປະເທດທີ່ມີຫົວຮົບນິວເຄຼຍຫຼາຍກວ່າສະຫະລັດ ໄດ້ເຮັດໃຫ້ສະຖານະການຄວາມຂັດແຍ້ງໃນຢູເຄຼນຮ້ອນຮົນຫຼາຍທີ່ສຸດ ຕັ້ງແຕ່ຣັດເຊຍເປີດໃຊ້ປະຕິບັດການທາງທະຫານໃນຢູເຄຼນໃນວັນທີ 24ກຸມພາ ພາຍໃຕ້ປະຕິບັດການພິເສດທາງທະຫານ
ປູຕິນ ກ່າວຕໍ່ໄປວ່າ ຫາກບູລະນະພາບແຫ່ງດິນແດນຂອງຣັດເຊຍຖືກຄຸກຄາມ ຣັດເຊຍຈະໃຊ້ທຸກຢ່າງທີ່ມີຢູ່ທັງໝົດ ປົກປ້ອງປະຊາຊົນຂອງເຮົາ ແລະນີ້ບໍ່ແມ່ນຄຳຂູ່ໃຫ້ຢ້ານ ແຕ່ເປັນເລື່ອງຈິງ
ປູຕິນ ກ່າວຫາຊາດຕາເວັນຕົກມີແຜນກຽມທຳລາຍຣັດເຊຍ ແລະເຮັດໃຫ້ເຂົາສະໜັບສະໜູນການລົງປະຊາມະຕິເຂົ້າຮ່ວມຣັດເຊຍ ທີ່ຈະຈັດຂຶ້ນໃນພື້ນທີ່ຂອງຢູເຄຼນ ທີ່ຢູ່ໃນການຄວບຄຸມຂອງທະຫານຣັດເຊຍ ນອກຈາກນີ້ ປູຕິນຍັງໄດ້ລົງນາມໃນລັດຖະດຳລັດການເຄື່ອນໄຫວລະດົມພົນທະຫານບາງສ່ວນ
ເຊິ່ງເປັນຫານລະດົມທະຫານອາຊີບໃນຣັດເຊຍ
ເຊີກູ ຊອຍກູ ລັດຖະມົນຕີປ້ອງກັນປະເທດຣັດເຊຍ ເປີດເຜີຍວ່າ ການລະດົມພົນຄັ້ງນີ້ ໃຊ້ກຳລັງທະຫານເຖິງ 300.000ຄົນ ເພື່ອໃຫ້ເປັນໄປຕາມແຜນການຂອງປະທານາທິບໍດີປູຕິນ ທີ່ຕ້ອງການປົດປ່ອຍພາກພື້ນດອນບາສ ທາງຕາເວັນອອກຂອງຢູເຄຼນໃຫ້ເປັນອິດສະຫຼະ ເພາະປະຊາຊົນສ່ວນໃຫຍ່ທີ່ອາໃສຢູ່ເຂດຕ່າງໆ
ທີ່ຢູ່ພາຍໃຕ້ການຄວບຄຸມຂອງຣັດເຊຍ ບໍ່ຕ້ອງການຢູ່ໃຕ້ການປົກຄອງຂອງຢູເຄຼນອີກຕໍ່ໄປ ເຊິ່ງປູຕິນສະໜັບສະໜູນການຕັດສິນໃຈຂອງປະຊາຊົນໃນພາກພື້ນດອນບາສ, ເຄີຊອນ ແລະຊາໂປຣິເຊຍ ດັ່ງນັ້ນການລົງປະຊາມະຕິ ເປັນການປູທາງໃຫ້ຣັດເຊຍຍຶດດິນແດນຢູເຄຼນຢ່າງເປັນທາງການເກືອບ 15%