ຜູ້ນຳຕວກກີ ສະເໜີຂໍເປັນຄົນກາງໄກ່ເກ່ຍບັນຫາໂຮງໄຟຟ້ານິວເຄຼຍ
ທາງການຣັສເຊຍ ເຜີຍວ່າ ໃນຕອນລົມໂທລະສັບກັບປູຕິນ ແອໂດກັນ ຜູ້ນຳຕຸຣກີ ສະເໜີ ຂໍເປັນຄົນກາງໄກ່ເກ່ຍບັນຫາຄວາມຂັດແຍ້ງໃນໂຮງໄຟຟ້ານິວເຄຼຍ ຊາໂປຣິເຊຍ ຢູເຄຣນ ທີ່ຣັດເຊຍຍຶດຄອງ
ຄືກັບທີ່ເຄີຍໄກ່ເກ່ຍສຳເລັດມາແລ້ວ ທີ່ຜ່ານມາຮ່ວມກັບຢູເອນ ກ່ຽວກັບການສົ່ງອອກທັນຍະພືດຢູເຄຼນ ຜ່ານທະເລດຳ ເຊິ່ງລັດເຊຍ ກໍເຫັນດີຕາມການໄກ່ເກ່ຍເຈລະຈາຂອງຜູ້ນຳຕຸຣາກີ
ດ້ານຄວາມເຄື່ອນໄຫວລ່າສຸດໃນໂຮງໄຟຟ້າດັ່ງກ່າວ ຄະນະກວດສອບຈາກໜ່ວຍງານພະລັງງານປາຣາມານູນສາກົນ ຖະແຫຼງການວ່າພົບຄວາມເສຍຫາຍຫຼາຍຢ່າງຈາກການໂຈມຕີທາງທະຫານ ແລະຄະນະມີແຜນຈະປະຈຳການເຈົ້າໜ້າທີ່ຖາວອນທີ່ນັ້ນ ຕາມການສະເໜີຂອງລັດເຊຍ.
ແຕ່ຝ່າຍຢູເຄຼນ ພັດອອກມາຄັດຄ້ານ ວ່າການກວດສອບຂອງທີມງານ ຈະບໍ່ມີຄວາມເປັນທຳ ເພາະຢູເຄຼນ ບໍ່ໄດ້ອານຸຍາດໃຫ້ຝ່າຍໃດໄປກວດທີ່ນັ້ນ