ຟິນແລນດ໌ຕຶງຄຽດ ຣັສເຊຍ ສັ່ງຕັດກ໊າຊ ຕັດໄຟ ເຄື່ຶອນທັບເຂົ້າໃກ້ຊາຍແດນ
ເມື່ອຢູ່ໆຟິນແລນດ໌ ເພື່ອນບ້ານທາງເໜືອທີ່ມີຊາຍແດນຕິດຈອດ 1.200ກມ ກໍຖືກຍຸແຍ່ໃຫ້ລະຖິ້ມຄວາມເປັນກາງ ແລະຮ້ອນຮົນຫົນຫວຍຢາກເຂົ້ານາໂຕໃຫ້ໄດ້ ເຖິງຈະເປັນໄພຕໍ່ຣັສເຊຍພຽງໃດກໍບໍ່ສົນ ຣັສເຊຍຈິ່ງຈັດໜັກຈັດເຕັມໃຫ້ຕາມຄຳຂໍມື້ນີ້ ໂດຍປະກາດໃຫ້ຟິນແລນດ໌ ເປັນໄພຄຸກຄາມ ແລະດຳເນີນການຕອບໂຕ້ຕາມລຳດັບເຕັກນິກ ເພື່ອກຳຈັດໄພຄຸກຄາມນັ້ນ..
ຟິນແລນດ໌ ເພິ່ງພາກ໊າຊ ຈາກຣັສເຊຍ ເຖິງ 94% ແລະຫຼາຍແຂວງໃຊ້ໄຟຟ້າຈາກຣັສເຊຍ ການຕັດກ໊າຊ ຕັດໄຟນີ້ຈະທຳລາຍອຸດສາຫະກຳ ໂຄງສ້າງເສດຖະກິດ ແລະບັນທອນຊີວິດການເປັນຢູ່ຂອງຊາວຟິນແລນດ໌ຢ່າງໜັກ ບວກກັບການຕຶງກອງທັບຕາມຊາຍແດນ
ຈະທຳລາຍຂັວນກຳລັງໃຈຊາວບ້ານ ແລະທຸລະກິດການທ່ອງທ່ຽວທີ່ເປັນປາຍແຫຼມຂອງຟິນແລນດ໌ ຢ່າງກວ້າງຂວາງ.. ແຕ່ນີ້ ກໍຍັງເປັນພຽງການເຕືອນເບົາໆ ຫາກຟິນແລນດ໌ ຍັງເດີນໜ້າຕໍ່ຢ່າງດື້ດຶງ ພວກເຂົາອາດຈະກາຍເປັນຢູເຄຣນ2
ທີ່ມາ: ສາຍຂ່າວ