ມຸ່ນອຸ້ຍປຸ້ຍ! ໂຕໜູເຂົ້າໄປກັດເງິນຢູ່ຕູ້ເອທີເອັມ ເສຍຫາຍເກືອບ 350ລ້ານກີບ
ມຸ້ນອຸ້ຍປຸ້ຍ! ໂຕໜູເຂົ້າໄປກັດເງິນຢູ່ຕູ້ ATM ຍ້ອນກັບໄປປີ2018 ຕູ້ເອທີເອັມທະນາຄານຂອງອິນເດຍ SBI ຢຸດເຮັດວຽກ ກົດເງິນບໍ່ໄດ້ເປັນເວລາ12ວັນ ທະນາຄານໄດ້ແຈ້ງໃຫ້ຊ່າງມາສ້ອມແປງ

ຫຼັງຈາກເປີດຕູ້ເອທີເອັມ ພົບທະນາບັດຖືກໜູກັດ ປະມານ 350ລ້ານກີບ ພ້ອມກັບພົບຊາກຂອງໜູໃນກອງເສດເງິນ ສົງໄສໜູເຂົ້າມາໃນຕູ້ຜ່ານທາງຊ່ອງສາຍໄຟນ້ອຍໆ ສ່ວນເງິນອີກ 800ລ້ານກີບບໍ່ຖືກກັດແລະສາມາດກູ້ຄືນມາໄດ້.

…..
