ຢູເຄຼນກຳລັງພິຈາລະນາຍົກເລີກການເກນທະຫານ
ໃນວັນທີ 14ກັນຍາ ທີ່ຜ່ານ ສື່ຢູເຄຼນເຜີຍວ່າ ຢູເຄຼນກຳລັງພິຈາລະນາຍົກເລີກມາດຕາການເກນທະຫານ ໂດຍນາຍົກລັດຖະມົນຕີຢູເຄຼນໃຫ້ເຫດຜົນວ່າ ຈາກການສະຖານະການປັດຈຸບັນເຮັດໃຫ້ເຫັນວ່າການຝຶກຮົບຢ່າງເຂັ້ມງວດເປັນເວລາ 2-3ເດືອນທຸກໆ 10ປີ ເກັ່ງກວ່າການເກນທະຫານມາຝຶກເດີນແຖວເປັນເວລາ 2ປີ
ເຊິ່ງຂະນະນີ້ລັດຖະບານຢູເຄຼນຢູ່ລະຫວ່າງເຈລະຈະກັບຜູ້ນຳກອງກຳລັງທະຫານ ຫຼາຍຄົນເຫັນພ້ອມກັບການຍົກເລີກເກນທະຫານ ບອກວ່າເປັນຄວາມຄິດທີ່ດີ ແລະຄວນຈະເຮັດແຕ່ດົນແລ້ວ
ແຕ່ປະເດັນທີ່ຄົນຍັງຄາໃຈກັບລະບົບທະຫານຄື ເຮັດຫຍັງຕ້ອງໃຫ້ທະຫານຝຶກເດີນແຖວ ມັນຊ່ວຍໃນການສູ້ຮົບຫຼືບໍ? ແທນທີ່ຈະເອົາເວລາ 2ປີ ໄປຝຶກທັກສະທີ່ຈຳເປັນໃນສະໜາມຮົບ.