ຢູເຄຼນ ຂູ່ຈະເກີດໄພພິບັດຕໍ່ໂຮງໄຟຟ້ານິວເຄຼຍ ຖ້າຣັດເຊຍບໍ່ຍອມຖອຍ.
ລັດຖະມົນຕີກະຊວງພາຍໃນຣັດເຊຍກ່າວວ່າ ຈະເກີດໄພພິບັດຫາກຣັດເຊຍຍຶດຄອງໂຮງງານໄຟຟ້ານິວເຄຼຍຊາໂປຣິສເຊຍ ພ້ອມສັ່ງເຮັດແຜນອົບພະຍົບປະຊາຊົນ ຟາກສະຫະລັດ – ຢູເອັນ ຮຽກຮ້ອງທັງ 2 ຊາດ ຈັດເປັນເຂດປອດທະຫານ ແລະ ອາວຸດ.
ວັນທີ່ 12 ສິງຫາ 2022 ຣອຍເຕີ່ ລາຍງານຄຳກ່າວຂອງDeeney Monastirsky ລັດຖະມົນຕີກະຊວງພາຍໃນຢູເຄຼນວ່າ ຢູເຄຼນຈຳເປັນຕ້ອງກຽມສະຖານທີ່ສຳຫຼັບການລະເບີດໂຮງງານໄຟຟ້ານິວເຄູຍຊາໂປຣິສເຊຍ ລວມເຖິງການອົບພະຍົບປະຊາຊົນທີ່ຢູ່ອາໄສໃນບໍລິເວນນັ້ນ ອອກນອກພື້ນທີ່.
ໂດຍເຈົ້າໜ້າທີ່ທ້ອງຖິ່ນຂອງຣັດເຊຍ ແລະ ຢູເຄຼນຕ່າງກ່າວໂທດກັນ ແລະ ກັນ ເຖິງເຫດການຍິງປືນໃຫຍ່ເຂົ້າໄປທີ່ໂຮງງານໄຟຟ້ານິວເຄຼຍທີ່ມີຂະໜາດໃຫຍ່ທີ່ສຸດໃນຢູໂຣບ ແລະ ມີທີ່ຕັ້ງຢູ່ທາງຕອນໃຕ້ຂອງຢູເຄຼນ.
ລັດຖະມົນຕີກະຊວງພາຍໃນຢູເຄຼນ ກ່າວວ່າ ມື້ນີ້ ໂຮງງານໄຟຟ້າແຫ່ງນີ້ບໍ່ພຽງແຕ່ຢູ່ໃນມືຂອງສັດຕູເທົ່ານັ້ນ ແຕ່ຍັງຢູ່ໃນມືຂອງຜູ້ຊ່ຽວຊານທີ່ບໍ່ໄດ້ຮັບການສຶກສາ ເຊິ່ງອາດປ່ອຍໃຫ້ ໄພພິບັດເກີດຂຶ້ນໄດ້.
“ແນ່ນອນວ່າ ເປັນເລື່ອງຍາກທີ່ຈະຈິນຕະນາການເຖິງຂະໜາດຂອງໄພພິບັດທີ່ອາດເກີດຂຶ້ນ ຫາກຊາວຣັດເຍຍັງດຳເນີນການຢູ່ທີ່ແຫ່ງນັ້ນຕໍ່ໄປ” Monastirsky ກ່າວ.
ຫຼັງຈາກໃນຊ່ວງບໍ່ຫຼາຍມື້ທີ່ຜ່ານມາຢູເຄຼນເຕືອນເຖິງຄວາມສ່ຽງຂອງໄພພິບັດນິວເຄຼຍແບບເຊີໂນບິວ.
“ເລື່ອງນີ້ໝາຍຄວາມວ່າສຳຫຼັບເຮົາເຮົາຕ້ອງກຽມພ້ອມສຳຫຼັບສະຖານທີ່ໃດໆ ບໍລິການສຸກເສີນຂອງລັດຮ່ວມກັບກະຊວງພາຍໃນ ແລະ ກະຊວງພາກພື້ນກຳລັງຫາລືກ່ຽວກັບສະຖານະການຕ່າງໆ ທີ່ຈຳເປັນ ລວມເຖິງຄຳຖາມກ່ຍວກັບການອົບພະຍົບ”