ຣັດເຊຍຊ້ອມຮົບໃນທະເລອາກຕິກ ກົງຂ້າມລັດຂອງສະຫະລັດທະຫານເຂົ້າຮ່ວມ 50.000ຄົນ
ຣັດເຊຍດຳເນີນການຊ້ອມຮົບໃນທະເລອາກຕິກ ກົງຂ້າມລັດອະແລສກາຂອງສະຫະລັດ ງານນີ້ມີເຮືອດຳນ້ຳພະລັງນິວເຄຼວຂອງຣັດເຊຍຮ່ວມດ້ວຍ ກະຊວງປ້ອງກັນປະເທດຣັດເຊຍ ຖະແຫຼງວ່າ
ເຮືອດຳນ້ຳພະລັງນິວເຄຼຍຂອງຣັດເຊຍ ໄດ້ຍິງຂີປະຍາວຸດຫຼາຍລູກໃນທະເລອາກຕິກ ການຊ້ອມຮົບດັ່ງກ່າວເປັນສ່ວນໜຶ່ງຂອງການທົດສອບຄວາມພ້ອມຂອງຣັດເຊຍ ໃນກໍລະນີທີ່າອດເກີດຄວາມຂັດແຍ້ງໃນນ່ານນ້ຳແຖບຂົ້ວໂລກເໜືອ
ການຊ້ອມຮົບຄັ້ງນີພາຍໃຕ້ລະຫັດວ່າ ‘Umka 2022’ ມີຂຶ້ນໃນທະເລຊຸກຊີ ທາງຕາເວັນອອກສຸດຂອງມະຫາສະໝຸດອາກຕິກ ທີ່ຂັ້ນລະຫວ່າງຣັດເຊຍກັບລັດອະແລສກາຂອງສະຫະລັດ ໂດຍຣັດເຊຍເບິ່ງວ່າອານາເຂດກວ້າງໃຫຍ່ໄພສານຂອງອາກຕິກ ເປັນຍຸດທະສາດສຳຄັນແລະເສີມການປະຕິບັດທາງທະຫານໃນຂົງເຂດມາຫຼາຍປີ
ກະຊວງການຕ່າງປະເທດຣັດເຊຍລະບຸວ່າ ເຮືອດຳນ້ຳພະລັງນິວເຄຼຍ 2ລຳ ຄື ອອມແລະໂນໂວຊີບີໄດ້ຍິງຂີປະນາວຸດຕໍ່ຕ້ານເຮືອຈາກທະເລຊຸກຊີ ໂຈມຕີເປົ້າໝາຍຕ່າງໆທີ່ຢູ່ໄກເຖິງ 400ກິໂລແມັດ.