ຣັດເຊຍວາງເງື່ອນໄຂ IAEA ເຂົ້າກວດສອບໂຮງໄຟຟ້ານິວເຄຼຍຢູເຄຼນ.
ນັກການທູດຣັດເຊຍກຳນົດເງື່ອນໄຂ ຫາກ UN ຈະນຳຜູ້ກວດການຈາກ IAEA ເຂົ້າກວດສອບໂຮງໄຟຟ້ານິວເຄຼຍຊາໂປຣີຂອງຢູເຄຼນ.
ວັນທີ່16 ສິງຫາ 2022 ເດິກາດ່ຽນລາຍງານວ່າ ໂຄສົກເລຂາທິການສະຫະປະຊາຊາດ (UN) ລະບຸວ່າ UN ມີຄວາມສາມາດດ້ານໂລຈິສະຕິກ ແລະ ຄວາມປອດໄພເພື່ອຮັບຮອງການເຍືອນຂອງຜູ້ກວດຈາກກະຊວງພະລັງງານປະລຳມະນູລະຫວ່າງປະເທດ (IAEA) ທີ່ໂຮງໄຟຟ້າຊາໂປຣີເຈຍຂອງຢູເຄຼນ ແຕ່ນັກການທູດຣັດເຊຍໄດ້ກຳນົດເງື່ອນໄຂ ໂດຍລະບຸວ່າການກຳນົດເສັ້ນທາງພາລະກິດໃດໜຶ່ງ ຫາກຜ່ານເມືອງຫຼວງຂອງຢູເຄຼນຈະເປັນອັນຕະລາຍເກີນໄປ.
“ສະເຕຟານ ດູຈາຣິກ” ໂຄສົກເລຂາທິການສະຫະປະຊາຊາດ ກ່າວວ່າ ໃນການຕິດຕໍ່ຢ່າງໃກ້ຊິດກັບ IAEA ທາງສຳນັກເລຂາທິການສະຫະປະຊາຊາດປະເມີນວ່າ ທາງສຳນັກເລຂາມີຄວາມສາມາດດ້ານໂລຈິສະຕິກ ແລະ ຄວາມປອດໄພທີ່ຈະຮັບຮອງພາລະກິດຕ່າງໆ ຂອງ IAEA ຕໍ່ໂຮງໄຟຟ້ານິວເຄຼຍຊາໂປຣີເຈຍ.
ແຕ່ເຂົາຍືນຍັນວ່າ ທັງຣັດເຊຍ ແລະ ຢູເຄຼນຕ້ອງຕົກລົງກັນກ່ອນ
ແນວໃດກໍຕາມ ນັກກາານທູດອາວຸໂສຂອງຣັດເຊຍກ່າວວ່າ ພາລະກິດຂອງ IAEA ບໍ່ສາມາດດຳເນີນການໂດຍໃຊ້ທາງຜ່ານກຸງຄຽຟ ລວມເຖິງພື້ນທີ່ແນວໜ້າການສູ້ຮົບ ເນື່ອງຈາກເປັນພື້ນທີ່ທີ່ອັນຕະລາຍເກີນໄປ.