ສະຫະລັດອານຸມັດແຜນຈັດຫາອາວຸດ ມູນຄ່າ675ລ້ານໂດລາແລະລະບົບຕໍ່ຕ້ານລົດຖັງໃຫ້ຢູເຄຼນ
ປະທານາທິບໍ່ດີໂຈ ໄບເດນ ຂອງສະຫະລັດ ອານຸມັດແຜນຈັດຫາອາວຸດເພີ່ມເຕີມໃຫ້ແກ່ຢູເຄຼນ ຄິດເປັນມູນຄ່າລວມ 675ລ້ານໂດລາສະຫະລັດ ລັດຖະມົນຕີວ່າການກະຊວງປ້ອງກັນເທດຂອງສະຫະລັດ
ລະບຸໃນກອງປະຊຸມກ່ຽວກັບແຜນການສະໜັບສະໜູນຢູເຄຼນໄລຍະຍາວ ຈັດຂຶ້ນທີ່ຖານທັບອາກາດ ແຮມສະເຕນ ໃນເຢຍລະມັນ ວ່າປະທານາທິບໍດີໂຈ ໄບເດນ ຂອງສະຫະລັດ ໄດ້ອານຸມັດແຜນຈັດຫາອາວຸດມູນຄ່າ 675ລ້ານໂດລາສະຫະລັດ ໃຫ້ແກ່ຢູເຄຼນແລ້ວ
ເຊິ່ງລວມເຖິງການຈັດຫາລະບົບຕໍ່ຕ້ານລົດຖັງ, ຍານພາຫະນະຫຸ້ມເກາະແລະລູກປືນຊະນິດຕ່າງໆ
ເຫດຂັດແຍ້ງລະຫວ່າງຣັດເຊຍແລະຢູເຄຼນ ເກີດຂຶ້ນຕໍ່ເນື່ອງມາດົນກວ່າ 6ເດືອນແລ້ວ
ສົ່ງຜົນໃຫ້ເກີດການສູນເສຍຂຶ້ນຈຳນວນຫຼາຍ ແລະລ່າສຸດກໍມີກະແສຄວາມກັງວົນເລື່ອງທີ່ອາດຈະເກີດໄພພິບັດຈາກໂຮງງານໄຟຟ້ານິວເຄຼຍຊາໂປຣິດເຊຍ ໜອ່ງໃນໂຮງໄຟຟ້ານິວເຄຼຍຂະໜາດໃຫຍ່ທີ່ສຸດໃນຢູໂຣບ ທີ່ຕັ້ງຢູ່ບໍລິເວນພາກພື້ນລະຫວ່າງກອງທັບຣັດເຊຍແລະຢູເຄຼນ.
ສະຫະລັດຖືເປັນໜຶ່ງໃນຊາດຕາເວັນຕົກທີ່ເປັນຜູ້
ສະໜັບສະໜູນຫຼັກ ໃນການຈັດຫາອາວຸດຍຸດໂທອຸປະກອນໃຫ້ແກ່ຢູເຄຼນ ໂດຍມີຂໍ້ມູນວ່າ ນັບຕັ້ງແຕ່ທີ່ເກີດເຫດຂັດແຍ້ງຣັດເຊຍຢູເຄຼນຂຶ້ນໃນທ້າຍເດືອນກຸມພາທີ່ຜ່ານມາຈົນເຖິວຂະນະນີ້ ສະຫະລັດໄດ້ໃຫ້ການສະໜັບສະໜູນທາງການທະຫານແກ່ຢູເຄຼນຄິດເປັນມູນຄ່າລວມ 1ໝື່ນລ້ານໂດລາສະຫະລັດແລ້ວ.