ສີຈິ້ນຜິງ ແລະ ປູຕິນບິນໄປພົບປະກັນເພື່ອຫຍັງ?
ຜູ້ນຳທັງສອງຄົນຈະພົບກັນທີ່ເມືອງຊາມາຄານ ປະເທດຊາອຸເບກິສະຖານ ໃນການປະຊຸມສຸດຍອດອົງການຄວາມຮ່ວມມືຊຽງໄຮ້ ທີ່ຈະຈັດຂຶ້ນໃນວັນທີ 15-16ກັນຍານີ້ ແຕ່ທ່ານ ສີ ຈິ້ນຜິງ
ຈະເດີນທາງໄປທີ່ຄາຊັດສະຖານກ່ອນໃນມື້ນີ້ ແລະນັບເປັນການພົບກັນຄັ້ງທີ 2ຂອງທັ້ງຄູ່ໃນປີນີ້ ກ່ອນໜ້ານີ້ ສີແລະປູຕິນພົບກັນໃນເດືອນກຸມພາທີ່ຜ່ານມາ ໃນການແຂ່ງຂັນໂອລິມປິກລະດູໜາວ ທີ່ຈັດຂຶ້ນທີ່ກຣຸງປັກກິ່ງຂອງຈີນ
ຈາກຂໍ້ມູນຂອງທາງຝັ່ງຈີນແລະຣັດເຊຍ ການພົບກັນຂອງສີແລະປູຕິນມີຂຶ້ນເພື່ອບັນຫາແລະແນວທາງແກ້ໄຂບັນຫາຂອງຕ່າງຊາດແລະໃນພາກພື້ນ ອາ ທິ ວິກິດລະຫວ່າງຣັດເຊຍ-ຢູເຄຼນ ແລະຄວາມຂັດແຍ້ງຈີນ-ໄຕ້ຫວັນ ລວມເຖິງເພື່ອສະແດງທາງເລືອກໃຫ້ກັບຊາດຕາເວັນຕົກໃນການແກ້ໄຂບັນຫາດ້ວຍ.