ສຸດເສົ້າ! ຟ້າຜ່າເຈົ້າບ່າວດັບຄາທີ່ໃນຂະນະທີ່ກຳລັງຖ່າຍພີເວດດິງ
ເຈົ້າບ່າວເຄາະຮ້າຍຖືກຟ້າຜ່າດັບຄາທີ່ ຂະນະຄວງເຈົ້າສາວມາຖ່າຍຮູບພີເວດດິ້ງທີ່ພູເຂົາຫິມະມັງກອນຫຍົກທ່າມກາງຄຳເຕືອນຈາກເຈົ້າໜ້າທີ່ອຸຕຸຸໃຫ້ລະວັງຟ້າຜ່າ. ໃນວັນທີ່ 28ສິງຫາ 2022 ເກີດເຫດການສຸດເສົ້າສະເທືອນໃຈ ເຈົ້າບ່າວໜຸ່ມຊາວຈີນເຊິ່ງສື່ທ້ອງຖິ່ນໄດ້ມີການເຜີຍພຽງແຕ່ຊື່ວ່າ “ຫຼວນ”
ປະສົບເຫດຮ້າຍແຮງຖືກຟ້າຜ່າຈົນເຮັດໃຫ້ເສຍຊີວິດ ຂະນະທີ່ຄວງເຈົ້າສາວຖ່າຍພີເວດດິ້ງຢ່າງຫວານຊື່ມີຄວາມສຸກ ທີ່ພູເຂົາຫິມະມັງກອນຫຍົກ ໃນມົນທົນຍູນນານເຊິ່ງນັບເປັນພູເຂົາທີ່ມີຊື່ສຽງຫຼາຍທີ່ສຸດຂອງຈີນ
ຈາກການລາຍງານລະບຸວ່າເຈົ້າບ່າວໄດ້ຖືກຟ້າຜ່າຂະນະຖ່າຍຮູບພີເວດດິງສຳລັບງານແຕ່ງງານທີ່ບໍລະເວນທົ່ງຫຍ້າ ຈົນສ້າງຄວາມຕົກໃຈຢ່າງໜັກ ຈາກນັ້ນທາງທີມງານໄດ້ແຈ້ງນ່ວຍກູ້ໄພໃຫ້ມາຈຸດເກີດເຫດ
ແລະຊ່ວຍກັນໃຊ້ເປ້ຫາມເຈົ້າບ່າວອອກມາຈາກບໍລິເວນນັ້ນ ທ່າມກາງສາຍຝົນທີ່ຕົກລົງມາຢ່າງໜັກ ໂດຍແພດໄດ້ແຈ້ງວ່າເຈົ້າບ່າວເສຍຊີວິດແລ້ວຫຼັງຈາກຖືກນຳຕົວມາຮອດໂຮງໝໍ ກ່ອນເຈົ້າບ່າວຈະຖືກຟ້າຜ່າປະມານເຄິ່ງຊົ່ວໂມງນັ້ນ ເຈົ້າໜ້າທີ່ສຳນັກອຸຕຸວິທະຍາໃນພື້ນທີ່ໄດ້ປະກາດແຈ້ງເຕືອນໄພ
ອັນຕະລາຍຈາກຝົນຟ້າຄະນອງແລະຟ້າຜ່າຂຶ້ນມາຢູ່ທີ່ລະດັບສີເຫຼືອງ ເຊິ່ງຖືເປັນລະດັບສູງສຸດອັນດັບ 3 ຂອງລະບົບແຈ້ງເຕືອນໄພສະພາບອາກາດໃນຈີນເຊິ່ງມີຢູ່ 4ລະດັບ