ສາເຫດທີ່ພາໃຫ້ເກີດ ອາການຫິວຕະຫຼອດ.
ອາການຫິວເປັນເລື່ອງທຳມະດາທີ່ເກີດຂຶ້ນຫຼັງຈາກການເຮັດກິດຈະກຳຕ່າງໆ ໃນຊີວິດປະຈຳເປັນ ແຕ່ຖ້າຫາກເຮົາຫາກໍ່ກິນ ແລ້ວ ເກີດຫິວຂຶ້ນມາອີກ ຄືຮູ້ສຶກຫິວຕະຫຼອດເວລາ ອາການແບບນີ້ເກີດຈາກຫຍັງແດ່ ມື້ນີ້ເຮົາມີຄຳຕອບມາບອກ.
• ພັກຜ່ອນບໍ່ພຽງພໍ ການພັກຜ່ອນນ້ອຍຈະສົ່ງຜົນກະທົບຕໍ່ການຫຼັ່ງຮໍໂມນຂອງຮ່າງກາຍທີ່ມີຄວາມກ່ຽວຂ້ອງກັບຄວາມຢາກອາຫານ ເພາະຈະໄປກະຕຸ້ນໃຫ້ຮ່າງກາຍເພີ່ມລະດັບຮໍໂມນເກຣລິນຄວບຄຸມຄວາມຢາກອາຫານໃຫ້ສູງຂຶ້ນ
• ຄວາມກົດດັນ ອາການກັດດັນຫຼືກັງວົນ ຈະສົ່ງຜົນໃຫ້ຮ່າງກາຍຫຼັ່ງຮໍໂມນຄຣໍຕິເຊວ(Cortisol) ຮໍໂມນແຫ່ງຄວາມກົດດັນ ແລະ ອະດຣີນາລີນ (Adrenaline) ເພີ່ມສູງຂຶ້ນ ເຮັດໃຫ້ຮ່າງກາຍຕ້ອງການພະລັງງານຫຼາຍຂຶ້ນ ຈິ່ງຍິ່ງໄປກະຕຸ້ນໃຫ້ເກີດຄວາມຢາກຮັບປະທານອາຫານຕາມມາ
• ໄຟເບີ່ບໍ່ພຽງພໍ ການກິນໄຟເບີ່ບໍ່ພຽງພໍກໍເຮັດໃຫ້ຫິວໄດ້ ດັ່ງນັ້ນຄວນເລືອກຮັບປະທານອາຫານທີ່ມີໄຟເບີ່ສູງ ເພາະຈະຊ່ວຍໃຫ້ອີ່ມທ້ອງໄດ້ນານ
• ພາວະນໍ້າຕານຕໍ່າ ມັກພົບຫຼາຍໃນຜູ້ເປັນພະຍາດເບົາຫວານ ພາວະນີ້ຈະເກີດຂຶ້ນຢ່າງໄວວາແຕ່ບໍ່ຄ່ອຍຮຸນແຮງ ແລະ ສາມາດບັນເທົາອາການໃຫ້ດີຂຶ້ນໂດຍການຮັບປະທານອາຫານທີ່ມີນໍ້າຕານຢູ່ຫຼາຍ ໂດຍມາຈາກຜົນຂ້າງຄຽງຂອງການຮັບສາ
• ອາການກ່ອນມີປະຈຳເດືອນ ໃນຜູ້ຍິງພົບວ່າໃກ້ຊ່ວງມີປະຈຳເດືອນມັກມີອາການຫິວຕະຫຼອດ ແລະ ຄວາມຢາກອາຫານເພີ່ມຂຶ້ນ ເຊິ່ງອາດມີຄວາມເປັນໄປໄດ້ວ່າ ອາການຫິວຕະຫຼອດເປັນຜົນມາຈາກກຸ່ມອາການກ່ອນມີປະຈຳເດືອນ(Premenstrual Syndrome: PMS)ນັ້ນເອງ.