ອາດີດຜູ້ນຳລັດເຊຍເຜີຍ ບໍ່ສາມາດຢຸດຕິສົງຄາມໄດ້ແລ້ວເຖິງຢູເຄຼນເລີກຫວັງເຂົ້າຮ່ວມນາໂຕ້ກໍ່ຕາມ
ພັນທະມິດປູຕິນ ລະບຸຣັດເຊຍບໍ່ສາມາດຢຸດສົງຄາມໃນຢູເຄຼນເຖິງແມ່ນວ່າຢູເຄຼນເລີກຫວັງຮ່ວມນາໂຕຢ່າງເປັນທາງການ
ດິມິທີ ເມດເວເດບ ອາດີດປະທານາທິບໍດີຣັດເຊຍ ເຊິ່ງປະຈຸບັນເປັນຮອງສະພາຄວາມໝັ້ນຄົງຣັດເຊຍ
ແລະພັນທະມິດຄົນສຳຄັນຂອງປະທານາທິບໍດີວະລາດິເມຍ ປູຕິນ ເປີດເຜີຍວ່າ ຣັດເຊຍບໍ່ສາມາດຢຸດປະຕິບັດການທາງທະຫານໃນຢູເຄຼນເຖິງແມ່ນວ່າຢູເຄຼນເລີກຫວັງຮ່ວມນາໂຕ
ເມດເວເດບກ່າວຕໍ່ວ່າ ຣັດເຊຍກຽມເຈລະຈາກັບປະທານາທິບໍດີໂວໂລດິມີ ເຊເລນສະກີ
ຜູ້ນຳຝ່າຍຢູເຄຼນດ້ວຍເງື່ອນໄຂບາງຢ່າງ ແລະກ່າວວ່າຣັດເຊຍໄດ້ສະແດງທ່າທີຊັດເຈນ ກ່ອນບຸກຢູເຄຼນວ່າ ການເຂົ້າຮ່ວມນາໂຕຫຼືອົງການສົນທິສັນຍາແອດແລນຕິກເໜືອຂອງຢູເຄຼນເປັນເລື່ອງທີ່ຮັບບໍ່ໄດ້ ແລະການລົ້ມເລີກຄວາມຫວັງເຂົ້າຮ່ວມນາໂຕເປັນເລື່ອງສຳຄັນແຕ່ຍັງບໍ່ພຽງພໍທີ່ຈະສ້າງສັນຕິພາບແລະວ່າຣັດເຊຍຈະປະຕິບັດການທາງທະຫານຕໍ່ໄປຈົນກວ່າຈະບັນລຸເປົ້າໝາຍ.
ທັ້ງນີ້ຣັດເຊຍແລະຢູເຄຼນໄດ້ເຈລະຈາກັນມາຫຼາຍຮອບຫຼັງຣັດເຊຍເລີ່ມບຸກຢູເຄຼນແຕ່ການເຈລະຈາບໍ່ມີຄວາມຄືບໜ້າແລະມີໂອກາດໜ້ອຍທີ່ຈະກັບມາເຈລະຈາກັນໃໝ່ເຊິ່ງການເຈລະຈາຈະຂຶ້ນຢູ່ກັບວ່າສະຖານະການເປັນແນວໃດ.