ອິນໂດເນເຊຍຈະຊື້ນ້ຳມັນຣັດເຊຍເພື່ອບັນເທົາຄ່າຄອງຊີບປະຊາຊົນ
ອິນໂດເນເຊຍເຜີຍກຳລັງພິຈາລະນາຊື້ນ້ຳມັນເຊື້ອໄຟຈາກຣັດເຊຍແລະປະເທດອື່ນໆ ເພື່ອບັນເທົາບັນຫາຄ່າຄອງຊີບຂອງປະຊາຊົນ ແລະຫຼຸດຜ່ອນວິກິດລາຄາເຊື້ອໄຟໃນປະເທດ
ປະທານາທິບໍດີ ໂຈໂກ ວິໂດໂດ ຜູ້ນຳອິນໂດເນເຊຍເຊິ່ງເປີດເຜີຍວ່າ
ລັດຖະບານອິນໂດຍັງຄົງພິຈາລະນາທຸກແນວທາງທີ່ເປັນໄປໄດ້ເເລະສົມເຫດສົມຜົນໃນການຈັດຫາຊື້ເຊື້ອໄຟຈາກພາຍນອກ ເພື່ອບັນເທົາຈາກວິກິດລາຄານ້ຳມັນເຊື້ອໄຟໃນປະເທດ ໜອ່ງໃນຫົນທາງທີ່ລັດຖະບານກຳລັງພິຈາລະນາ ທລວມເຖິງການຊື້ນ້ຳມັນຈາກຣັດເຊຍ, ຈີນ ແລະ ອິນເດຍ.
ກ່ອນໜ້ານີ້ມີລາຍງານໃນເດືອນສິງຫາທີ່ຜ່ານມາ ວ່າຣັດເຊຍສະເໜີຂາຍນ້ຳມັນໃຫ້ແກ່ອິນໂດເນເຊຍ ໃນລາຄາຖືກກວ່າຕະຫຼາດໂລກປະມານ30% ຂະນະທີ່ບໍລິສັດເປີຕາມິນາລັດວິສາຫະກິດດ້ານພະລັງງານຊອງອິນໂດກ່າວເຖິງເລື່ອງນີ້ພຽງວ່າກຳລັງປະເມີນຄວາມສ່ຽງຂອງການຊື້ນ້ຳມັນຈາກຣັດເຊຍ ເນື່ອງຈາກອາດເຮັດໃຫ້ລັດຖະບານອິນໂດເນເຊຍປະເຊີນກັບມາດຕາການຂວ້ຳບາດຂອງສະຫະລັດແລະຊາດຕາເວັນຕົກອື່ນໆ.
ເຊິ່ງອິນເນເຊຍເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ສຸດໃນອາຊີຕາເວັນອອກສຽງໃຕ້ຫຼືອາຊຽນ ມີອັດຕາເງີນເຟີ້ທົ່ວໄປຢູ່ທີ່ 4.69% ໃນເດືອນສິງຫາທີ່ຜ່ານມາສູງກວ່າເປົ້າໝາຍຂັ້ນຕໍ່າຂອງທະນາຄານກາງຫຼາຍກວ່າສອງເທົ່າ.