ໄບເດນ ຫຼົງກຳປູເຈຍ ວ່າເປັນໂຄລອມເບຍ
“..ເຮົາຂໍຂອບໃຈທ່ານຮຸນເຊນ ນາຍົກລັດຖະມົນຕີໂຄລອມເບຍ ໃນນາມປະທານຂອງອາຊຽນ..” ໄບເດນ ກ່າວ
ຕອນຈະຂຶ້ນຍົນມາ ໄບເດນ ກໍກ່າວກັບນັກຂ່າວວ່າ: ຕອນນີ້ ເຮົາກຳລັງຈະເດີນທາງໄປປະເທດໂຄລອມເບຍ.
ໂອ!.. ເຮົາໝາຍເຖິງປະເທດກຳປູເຈຍ. ສ່ວນຜູ້ຮອງປະທານາທິບໍດີ ທີ່ຊື່ແຮຣ໌ຣິສ ກໍບໍ່ໄດ້ນ້ອຍໜ້າໄປກວ່າໄບເດນ ເພາະຕອນໄປຢາມເຂດປອດທະຫານ ຊາຍແດນເກົາຫຼີໃຕ້ ກັບເກົາຫຼີເໜືອ ເຂົາກ່າວວ່າ:
ສະຫະລັດ ເປັນພັນທະມິດກັບເກົາຫຼີເໜືອ ແລະກໍເປັນພັນທະມິດທີ່ແຂງແກ່ນທີ່ສຸດ..