ເບລາຣຸດປັບປຸງເຮືອບິນຮົບບັນທຸກອາວຸດນິວເຄຼຍຣັດເຊຍ ພ້ອມຕອບໂຕ້ຕາເວັນຕົກ
ຜູ້ນຳເບລາຣຸດເຕືອນຕາເວັນຕົກຢ່າຄິດສ້າງບັນຫາກັບເບລາຣຸດແລະ ເບລາຣຸດໄດ້ມີການປັບປ່ຽນເຮືອບິນຮົບໃຫ້ສາມາດບັນທຸກອາວຸດນິວເຄຼນຂອງຣັດເຊຍໄດ້ແລ້ວ ປະທານາທິບໍດີ ອາເລັກຊານເດີ ລູຄາເຊນໂກ ຂອງເບລາຣຸດ
ກ່າວທີ່ກຣຸງມິນສ ເມືອງຫຼວງເບລາຣຸດວ່າ ເຮືອບິນຮົບຂອງກອງທັບເບລາຣຸດໄດ້ຖືກປັບປ່ຽນໃຫ້ທັນສະໄໝ ຈົນສາມາດບັນທຸກອາວຸດນິວເຄຼຍໄດ້ແລ້ວ ແລະ ເບລາຣຸດຈະຕອບໂຕ້ທັນທີ ຖ້າຫາກຕາເວັນຕົກສ້າງບັນຫາໃຫ້
ລູຄາເຊັນໂກລະບຸວ່າ ເຂົາບັນລຸຄວາມເຫັນພ້ອມການປັບປຸງເຮືອບິນຮົບເບລາຣຸດໃຫ້ທັນສະໄໝ ກັບປະທານາທິບໍດີວະລາດິເມຍ ປູຕິນ ຂອງຮັດເຊຍແລ້ວ ແຕ່ເຂົາບໍ່ໄດ້ເປີດເຜີຍລາຍລະອຽດວ່າ
ຣັດເຊຍຈະສົ່ງອາວຸດນິວເຄຼຍໄປເບລາຣຸດແນວໃດແລະເມື່ອໃດເບລາຣຸດບໍ່ມີອາວຸດນິວເຄຼຍ ແຕ່ເປັນພັນທະມິດທີ່ໜຽວແໜ້ນຂອງຣັດເຊຍ ຂະນະນີ້ຣັດເຊຍໃຊ້ເບລາຣຸດເປັນໜື່ງໃນຖານ ສະລັບປະຕິບັດການທາງທະຫານພິເສດຂອງຣັດເຊຍໃນຢູເຄຼນ