ໂດຍປັດໄຈທີ່ສົ່ງຜົນໃຫ້ຄວາມຈະເລີນຂອງທັງ 2 ປະເທດ ມີຄວາມແຕກຕ່າງກັນຫຼາຍ ປະກອບດ້ວຍປັດໄຈຫຼັກດັ່ງນີ້:
1. ສະພາບພູມສັນຖານປະເທດ
ເຮຕິ ເປັນປະເທດທີ່ມີຝົນຕົກໜ້ອຍ ເຮັດໃຫ້ຜົນຜະລິດຈາກການປູກຝັງບໍ່ໄດ້ຮັບຜົນດີ ບວກກັບ ເຮຕິ ເຄີຍຖາງປ່າເຮັດການກະເສດມາຕະຫຼອດແຕ່ສະໄໝອະນານິຄົມ ເຮັດໃຫ້ດິນເຊື່ອມໂຊມ ແລະ ຍັງມັັກເກີດໄພທຳມະຊາດເຊັ່ນ ນ້ຳຖ້ວມ.
2. ສະຖຽນລະພາບທາງການເມືອງ
ປະເທດ ເຮຕິ ເປັນປະເທດທີ່ບໍ່ເຄີຍມີສະຖຽນລະພາບທາງການເມືອງເລີຍ ເນື່ອງຈາກມີບັນຫາທັງຈາກພາຍໃນປະເທດ ແລະ ບັນຫາເລື່ອງເຊື້ອຊາດ ປະກອບກັບຖືກແຊກແຊງ ຈາກປະເທດມະຫາອຳນາດຕະຫຼອດເວລາ ຕ່າງຈາກ ໂດມິນິກັນທີ່ບໍ່ມີກຸ່ມການເມືອງຫຼາກຫຼາຍແບບ ເຮຕິ
3. ໂຄງສ້າງເສດຖະກິດ
ຮາຕິ ຖືກປົກຄອງຈາກຜູ້ນໍາຜະເດັດການຢູ່ເລື້ອຍໆເຮັດໃຫ້ຫຼາຍປະເທດຂວໍ້າບາດ ການຄ້າກັບຕ່າງປະເທດຈຶ່ງເປັນເລື່ອງຍາກ ຕ້ອງອາໃສພຽງຄ່າແຮງຖືກໆເພື່ອດຶງດູດນັກລົງທຶນ ແຕ່ກໍໄດ້ພຽງອຸດສາຫະກຳພື້ນຖານ
ສ່ວນໂດມິກັນ ມີສິນຄ້າສົ່ງອອກຂ້ອນຂ້າງຫຼາກຫຼາຍ ແລະ ປະເທດມີຄວາມປອດໄພໄດ້ຊ່ວຍໃຫ້ການທ່ອງທ່ຽວ ກາຍເປັນແຫຼ່ງລາຍໄດ້ຫຼັກຂອງປະເທດແທນການສົ່ງອອກອ້ອຍ!
ເລື່ອງນີ້ເຫັນໄດ້ວ່າ ປະເທດໃກ້ກັນກໍແທ້ ແຕ່ຍ້ອນພູມສາດ, ປະຫວັດສາດ, ແລະ ໂຄງສ້າງເສດຖະກິດທີ່ຕ່າງກັນ ກໍສາມາດເຮັດໃຫ້ຄວາມຈະເລີນຂອງເສດຖະກິດແຕກຕ່າງກັນໄດ້.
ຂໍ້ມູນ: BillionMoney
ທີ່ມາ: TargetMagazine