ເຮັດແທ້! ຜູ້ນຳ ຄິມ ຈອງອືນ ສະເໝີສົ່ງທະຫານເກົາລີເໜືອ 1ແສນຄົນຊ່ວຍສົງຄາມໃນຢູເຄຼນ
ສະຖານີໂທລະທັດຣັດເຊຍ ມີການເຜີຍວ່າລັດຖະບານເກົາຫຼີເໜືອສະເໜີທີ່ຈະສົ່ງທະຫານອາສາ 100.000ຄົນ ເຂົ້າຮ່ວມປະຕິບັດການທາງທະຫານຂອງຣັດເຊຍໃນຢູເຄຼນ. ເຖິງແມ່ນວ່າຂໍ້ສະເນີນີ້ຈະຍັງບໍ່ທັນຖຶກຢືນຢັນວ່າແມ່ນແທ້ຫຼືບໍ
ແຕ່ຜູ້ຊ່ຽວຊານດ້ານການທະຫານໃນມອສໂກ ໄດ້ອອກມາກ່າວຜ່ານສື່ໂທລະທັດວ່າ “ ເຮົາບໍ່ຄວນເສີຍທີຈະຍອມຮັບນໍ້າໃຈຂອງ ຄິມ ຈອງອືນ” “ ມີລາຍງານວ່າອາສາສະໝັກ ຊາວເກົາຫຼີເໜືອ 100.000ຄົນ ພ້ອມທີ່ຈະເຂົ້າຮ່ວມໃນການສູ້ຮົບຄັ້ງນີ້”
ໂກຣັອດເຊນໂກຍັງໄດ້ຍ້ອງຍໍກອງທັບເກົາຫຼີເໜືອວ່າ ມີປະສົບການເຫຼືອລົ້ນ ໃນດ້ານການຍິງຕອບໂຕ້ ເຊິ່ງເປັນຄຳເວົ້າທີ່ມີຄວາມສຳຄັນພໍສົມຄວນ ທ່າມກາງກະແສຂ່າວວ່າຢູເຄຼນເລີ່ມຈະເປັນຝ່າຍໄດ້ປຽບໃນການຮົບຫຼັງໄດ້ລະບົບລູກສອນໄຟຫຼາຍລໍາກ້ອງ HIMARS ຂອງສະຫະລັດມາໃຊ້.
“ຫາກເກົາຫຼີເໜືອສະແດງຄວາມປາຖະໜາທີ່ຈະປະຕິບັດຕາມກໍລະນີລະຫວ່າງປະເທດດ້ວຍການຕໍ່ສູ້ກັບລະບອບຟານຊິດໃນຢູເຄຼນ ເຮົາກໍຄວນອານຸຍາດໃຫ້ພວກເຂົາເຮັດ” ໂກຣັອດເຊນໂກກ່າວ.