ເຮືອບັນທຸກເຮືອບິນສະຫະລັດຢາມເກົາຫຼີໃຕ້ ກຽມຊ້ອມຮົບສົ່ງສານເຕືອນເກົາຫຼີເໜືອ
ເຮືອບັນທຸກເຮືອບິນ ຢູເອສເອສ ໂຣນັນ ເຣແກນ ເດີນທາງເຖິງເກົາຫຼີໃຕ້ເປັນຄັ້ງທຳອິດໃນຮອບ 4ປີ ກຽມຊ້ອມຮົບຮ່ວມກັບເກົາຫຼີໃຕ້ ຫຼັງເກົາຫຼີເໜືອຫາກໍອອກກົດໝາຍໃໝ່ສາມາດລົງມືໂຈມຕີດ້ວຍນິວເຄຼນກ່ອນໄດ້ ເພື່ອປ້ອງກັນຕົວ
ເຮືອບັນທຸກເຮືອບິນ ຢູເອສເອສ ໂຣນັນ ເຣແກນ ຂອງສະຫະລັດພ້ອມທັງກອງເຮືອໂຈມຕີຕິດຕາມເດີນທາງເຖິງຖານທັບເຮືອໃນເມືອງປູຊານ ເພື່ອເຂົ້າຮ່ວມກັບເຮືອຮົບຂອງເກົາຫຼີໃຕ້ ໃນການສະແດງແສນຍານຸພາບທາງທະຫານເຊິ່ງເຈົ້າໜ້າທີ່ວສະຫະລັດລະບຸວ່າ ເພື່ອເປັນການສົ່ງສານເຖິງເກົາຫຼີເໜືອ
ນັບເປັນການເດີນທາງໄປຍັງເກົາຫຼີໃຕ້ເປັນຄັ້ງທຳອິດໃນຮອບ 4ປີ ຂອງເຮືອບັນທຸກເຮືອບິນ ຢູເອສເອສ ໂຣນັນ ເຣແກນລຳນີ້ ແລະນັບເປັນການສົ່ງເຮືອຮົບໄປຍັງເກົາຫຼີໃຕ້ຄັ້ງສຳຄັນທີ່ສຸດ ທີ່ເກີດຂຶ້ນພາຍໃຕ້ການພັກດັນຄັ້ງໃໝ່ຂອງສະຫະລັດເພື່ອເພີ່ມ “ ສິນຊັບທາງດ້ານຍຸດທະສາດ” ທີ່ມີສັກກາຍະພາບດ້ານນິວເຄຼຍ ໃຫ້ເຂົ້າໄປປະຕິບັດງານໃນພື້ນທີ່ຫຼາຍຂຶນ ເພື່ອສະກັດກັ້ນເກົາຫຼີເໜືອ.
ການສ່ົງເຮືອບັນທຸກເຮືອບິນໄປຍັງເກົາຫຼີໃຕ້ຄັ້ງນີ້ ຍັງເກີດຂຶນຫຼັງຈາກເກົາຫຼີເໜືອຫາກໍອອກກົດໝາຍໃໝ່ໃນເດືອນກັນຍານີ້ ໃຫ້ເກົາຫຼີເໜືອສາມາດເລີ່ມໂຈມຕີດ້ວຍນິວເຄຼຍກ່ອນເປັນຝ່າຍແລກໄດ້ຖ້າຫາກຈຳເປັນເພື່ອປ້ອງກັນຕົນເອງ.