ແຕກຄໍກັນ!ຮົງກາຣີຊີ້ ອີຢູໝິ່ນປະໝາດຫຼາຍ ຫຼັງອີຢູກັງວົນບັນຫາຕິດສິນບົນໃນຮົງກາຣີ
ຂະນະທີ່ ປີເຕີ ຊິຈາໂຕ ລັດຖະມົນຕີຕ່າງປະເທດຂອງຮົງກາຣີຖະແຫຼງຕອບໂຕ້ມັດຕິຂອງລັດສະພາຢູໂຣບໂດຍລະບຸວ່າ ນີຄືການໝິ່ນປະໝາດຄົນຮົງກາຣີິ ຫາກໃຜຈັກຄົນຕັ້ງຄຳຖາມວ່າຮົງກາຣີມີສັກກາຍະພາບໃນການເປັນປະຊາທິປະໄຕຫຼືບໍ່
ເຂົາຍັງກ່າວດ້ວຍວ່າ ຮູ້ສຶກປະຫຼາດໃຈທີ່ຄົນໃນອີຢູແລະລັດສະພາຢູໂຣບ ຢືນຢັນທີ່ຈະກະທຳການດູຖູກຮົງກາຣີ ແລະຮົງກາຣີຮູ້ສຶກບໍ່ພໍໃຈທີ່ຄົນເຫຼົ່ານັ້ນຄິດວ່າຄົນຮົງກາຣີບໍ່ມີວຸຸດທິພາວະພຽງພໍໃນການຕັດສິນໃຈກ່ຽວກັບອານາຄົດຂອງຕົນເອງ
ທັ້ງນີ້ຄວາມເຄື່ອນໄຫວດັ່ງກ່າວ ຖືເປັນອີກໜຶ່ງຄວາມຕຶງຄຽດລະຫວ່າງອີຢູແລະລັດຖະບານຂອງອໍບານ ທີ່ຜ່ານມາຮົງກາຣີມັກຄັດຄ້ານຖະແຫຼງການຮ່ວມແລະການຕັດສິນໃຈຕ່າງໆ ຕັ້ງແຕ່ການປະຊຸມລະດັບສູງຂອງນາໂຕກ່ຽວກັບເລື່ອງຢູເຄຼນ
ໄປຈົນເຖິງການລົງມັດຕິຂອງອີຢູກ່ຽວກັບພາສີອົງກອນແລະຈຸຢືນຮ່ວມຂອງອີຢູຕໍ່ການຢຸດຍິງລະຫວ່າງອິດສະຣາເອວແລະປາເລໄຕຕະຫຼອດຈົນເລື່ອງການຂວ້ຳບາດຣັດເຊຍເພີ່ມເຕີມຂອງອີຢູ.