ໄບເດນຊີ້ ລັດເຊຍລະເມີດຫຼັກການສຳຄັນຂອງການເປັນສະມາຊິກຢູເອັນ
ຜູ້ນຳສະຫະລັດຖະແຫຼງຕໍ່ໃນກອງປະຊຸມສະຫະປະຊາຊາດ ກ່າວກາຣັດເຊຍລະເມີດຫຼັກການເປັນສະມາຊິກ UN ສ່ວນຜູ້ນຳຢູເຄຼນຮຽກຮ້ອງຕັ້ງສານພິເສດລົງໂທດຣັດເຊຍ ຂະນະທີ່ຢູ້ນຳເຊີເບຍທຽບບັນຫາໃນຢູເຄຼນບໍ່ຕ່າງກັບເຊີເບຍກຳລັງປະເຊີນ
ປະທານາທິບໍດີໂຈ ໄບເດນ ຂອງສະຫະລັດ ຖະແຫຼງຕໍ່ໃນກອງປະຊຸມໃຫຍ່ແຫ່ງສະຫະປະຊາຊາດຫຼື UNGA ໃນນິວຢອກຂອງສະຫະລັດ ກ່າວຫາຣັດເຊຍລະເມີດຫຼັກການສຳຄັນຂອງການເປັນສະມາຊິກສະຫະປະຊາຊາດ ດ້ວຍການເປີດປະຕິບັດການທາງທະຫານໃນຢູເຄຼນແລະຂົ່ມຂູ່ຈະໃຊ້ອາວຸດນິວເຄຼຍ
ຜູ້ນຳສະຫະລັດກ່າວໂຈມຕີ ປະທານາທິບໍດີວະລາດິເມຍ ປູຕິນ ຂອງຣັດເຊຍ ເປັນຄົນເລີ່ມກໍ່ບັນຫາຂັດແຍ້ງແລະປະເທດສະມາຊິກ UN ປະມານ 40ປະເທດ ກຳລັງໃຫ້ການຊ່ວຍເຫຼືອຢູເຄຼນທັງດ້ານເງີນທືນຊ່ວຍເຫຼືອ ແລະອາວຸດພ້ອມທັງປະກາດວ່າສະຫະລັດ ຈະຢູ່ຄຽງຂ້າງກັບຢູເຄຼນ
ຂະນະດຽວກັນທຳນຽບຂາວປະກາດໃຫ້ເງີນຊ່ວຍເຫຼືອເພື່ອແກ້ໄຂບັນຫາຄວາມບໍ່ໝັ້ນຄົງຂອງອາຫານໂລກອີກ 2.900ລ້ານໂດລາສະຫະລັດເພີ່ມຕື່ມກັບເງີນກອງທືນເພື່ອຄວາມໝັ້ນຄົງອາຫານ 6.900ລ້ານໂດລາສະຫະລັດທີ່ສະຫະລັດປະກາດຈະສະໜັບສະໜູນໄວ້ແລ້ວໃນປີນີ້.