5 ອາຫານທີ່ຄວນກິນຫຼັງອອກກຳລັງກາຍ.
ເມື່ເຮົາອອກກຳລັງກາຍ ຮ່າງກາຍຂອງເຮົາຕ້ອງການໂປຣຕີນເປັນຫຼັກເພື່ອຊ່ວຍສ້ອມແຊມຮ່າງກາຍ ໃນຂະນະດຽວກັນກໍຄວນລົດກິນອາຫານທີ່ມີນໍ້າຕານສູງດ້ວຍເຊັ່ນກັນ ເຮົາມາເບິ່ງກັນວ່າ ອາຫານທີ່ຄວນກິນຫຼັງຈາກອອກກຳລັງກາຍ ເພື່ອທີ່ຈະຊ່ວຍໃຫ້ຮ່າງກາຍເຜົາຜາຍພະລັງງານໄດ້ຢ່າງຕໍ່ເນື່ອງນັ້ນມີຫຍັງແດ່.
• ເນື້ອສັດບໍ່ຕິດມັນ ຖ້າຫາກວ່າທ່ານສຳເລັດການອອກກຳລັງກາຍແລ້ວ ການກິນເນື້ອສັດບໍ່ຕິດມັນທີ່ມີໂປຣຕີນສູງນັ້ນ ຈະຊ່ວຍສ້ອມແຊມຮ່າງກາຍໄດ້ດີ
• ເຂົ້າໜົມປັັງ ຫຼັງຈາກອອກກຳລັງກາຍມາຢ່າງໜັກ ຮ່າງກາຍຈະຕ້ອງການພະລັງງານຈາກຄາໂບໄຮເດຣດທີ່ຈະຊ່ວຍເຕີມພະລັງໃຫ້ກັບຮ່າງກາຍ ໂດໃຫ້ກິນເຂົ້າໜົມປັງ 1-2 ແຜ່ນກໍພຽງພໍແລ້ວ ທັ້ງຍັງເຮັດໃຫ້ອີ່ມທ້ອງໄດ້ດົນ ແລະ ບໍ່ເຮັດໃຫ້ຕຸ້ຍ
• ນົມຊັອກໂກ່ແລັດໄຂມັນຕໍ່າ ເພາະນົມຊັອກໂກ່ແລັດເປັນສ່ວນປະສົມທີ່ດີລະຫວ່າງໂປຣຕີນ ແລະ ຄາໂບໄຮເດຣດ ເຊິ່ງສານອາຫານທັງ 2 ຊະນິດນີ້ເປັນສານອາຫານຈຳເປັນສຳຫຼັບການຟື້ນຟູຮ່າງກາຍ
• ໄຂ່ຕົ້ມ ເປັນໜຶ່ງໃນອາຫານທີ່ມີໂປຣຕີນສູງ ແລະ ບໍ່ຂັດຂວາງຕໍ່ລະບົບເຜົາຜານ ກາເລືອກກິນໄຂ່ຕົ້ມຫຼັງຈາກອອກກຳລັງກາຍຈຶ່ງເໝາະກັບຜູ້ທີ່ຕ້ອງການລົດນໍ້າໜັກອີກດ້ວຍ
• ກ້ວຍຫອມມີທັງຄາໂບໄຮເດຣດ ໂປຣຕີນ ແລະ ວິຕາມິນຊີເຊິ່ງເປັນວິຕາມິນຫຼັກຂອງຂະບວນການຜະລິດພະລັງງານຂອງຮ່າງກາຍ ພຽງກິນກ້ວຍຫອມ 1 ໜ່ວຍ ຈະຊ່ວຍເຕີມຄວາມສົດຊື່ນໃຫ້ຮ່າງກາຍໄດ້ທັນທີ ແລະ ຍັງຊ່ວຍໃຫ້ອີ່ມທ້ອງອີກດ້ວຍ.