7 ປະໂຫຍດດີໆຂອງມັນຝຣັ່ງ.
ມັນຝຣັ່ງເປັນພືດທີ່ອຸດົມໄປດ້ວຍຄາໂບໄຮເດຣດ ຈັດເປັນອາຫານທີ່ມີແຄລໍລີ່ຕໍ່າ ອີກທັ້ງຍັງເຕັມໄປດ້ວຍວິຕາມິນ ແລະ ແຮ່ທາດຫຼາກຫຼາຍ ແຖມຍັງປູກງ່າຍ ກິນແລ້ວອີ່ມທ້ອງ ເຊື່ອວ່າຫຼາຍຄົນອາດບໍ່ຮູ້ວ່າປະໂຫຍດຂອງມັນຝຣັ່ງນັ້ນມີຫຼາຍສໍ່າໃດ ມື້ນີ້ເຮົາຈຶ່ງພາທຸກຄົນໄປຮູ້ຈັກກັບປະຟຫຍດມັນຝຣັ່ງວ່າມີຫຍັງແດ່ ຕາມໄປເບິ່ງນຳກັນ.
• ລົດນໍ້າໜັກ ມັນຝຣັ່ງເປັນອາຫານທີ່ມີແຄລໍລີ່ຕໍ່າ ແລະ ອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດຫຼາຍຊະນິດ ກິນແລ້ວຊ່ວຍໃຫ້ອີ່ມທ້ອງໄດ້ນານ ແລະ ບໍ່ຮູ້ສຶກຫິວງ່າຍ
• ບຳລຸງກະດູກ ມັນຝຣັ່ງເຕັມໄປດ້ວຍສານອາຫານຕ່າງໆ ເຊັ່ນ ແຄວຊ່ຽມ ທາດເຫຼັກ ຟອສຟໍຣັສ ແມກນີຊຽມ ແລະ ສັງກະສີ ຊ່ວຍບຳລຸງກະດູກ ແລະ ແຂ້ວຂອງເຮົາໃຫ້ແຂງແຮງ ຍັງຊ່ວຍເສີມສ້າງການສ້າງຄັອນລາເຈັ່ນທີ່ເປັນອົງປະກອບສຳຄັນບໍລິເວນຂໍ້ຕໍ່ ແລະ ກະດູກອ່ອນ
• ບຳລຸງຜິວ ໃນຜົນມັນຝຣັ່ງເປັນແຫຼ່ງວິຕາມິນຊີຊັ່ນດີ ເຊິ່ງເຮັດໜ້າທີ່ຕ້ານອະນຸມູນອິດສະຫຼະ ເພື່ອຊ່ວຍປ້ອງກັນຜິວຈາກພາວະຕ່າງໆ ທັງແສງແດດ ແລະ ຄວັນ ນອກຈາກນີ້ຍັງຊ່ວຍສ້າງຄັອນລາເຈັ່ນໃຫ້ກັບຜິວອີກດ້ວຍ
• ປາສະຈາກ ລູເຕນ (gluten) ຕາມທໍາມະຊາດ ທຸກມື້ນີ້ມີຄົນແພ້ລູເຕນຈາກແປ້ງສາລີ ແລະ ເຂົ້າບາງຊະນິດຫຼາຍຂຶ້ນ ເຊັ່ນ ເຂົ້າສາລີ ເຂົ້າບາເລ ເຊິ່ງການບໍລິໂພກມັນຝຣັ່ງທີ່ປາສະຈາກລູເຕນກໍເປັນທາງເລືອກທີ່ດີບໍ່ນ້ອຍ
• ບຳລຸງສະໝອງ ມັນຝຣັ່ງອຸດົມໄປດ້ວຍວິຕາມິນບີ 6 ທີ່ເປັນຕົວຊ່ວຍບຳລຸງລະບົບປະສາດ ແລະ ສະໝອງ ເຮັດໃຫ້ຜະລິດສານສື່ປະສາດໄດ້ຢ່າງເປັນປົກກະຕິ ເຊັ່ນ ໂຣໂທນິນ ກາບາ, ອະດຣີນາລີນ ໂດຍປະລິມານທີ່ແນະນຳໃຫ້ກິນຕໍ່ວັນ ຄື ເຄິ່ງຫນຶ່ງຫາຫນຶ່ງຈອກ (ທັ້ງແບບບົດ ແລະ ແບບຕົ້ມ)
• ບຳລຸງລຳໄສ້ ຈາກການທົດລອງພົບວ່າ ແປ້ງມັນຝຣັ່ງຊ່ວຍໃຫ້ການຍ່ອຍແບັກທີເຣັຍ ໃນລຳໄສ້ໃຫຍ່ມີປະສິດທິພາບຫຼາຍຂຶ້ນ ແລະ ຍັງລົດຄວາມສ່ຽງການເກີດມະເຮັງລຳໄສ້ໃຫຍ່ ແລະ ມະເຮັງທະວານໜັກ
• ມັນຝຣັ່ງມີວິຕາມິນຊີຫຼາຍ ຈຶ່ງຊ່ວຍປ້ອງກັນໄຂ້ຫວັດໄດ້ ແລະ ຍັງຊ່ວຍປ້ອງກັນພະຍາດເລືອດອອກຕາມແຂ້ວ ໄດ້ເປັນຢ່າງດີອີກດ້ວຍ.