Homeຂ່າວ

ຂ່າວ

ຍົນເຮລິຄ໊ອບເຕີ່ຕຳກັນ

ເສຍຊີວິດ 10 ຄົນ! "ຍົນເຮລິຄ໊ອບເຕີ່ຕຳກັນ" ໃນຂະນະກຳລັງສະແດງການຊ້ອມຮົບຂອງກອງທັບເຮືອບິນມາເລເຊຍ. ເມື່ອວັນທີ່ 23 ເກີດເຫດຍົນເຮລິຄ໊ອບເຕີ່ຂອງກອງທັບມາເລເຊຍຕຳກັນ ແລະ ຕົກໃນລະຫວ່າງການເຝິກຊ້ອມຮົບບໍລິເວນອ້ອມຮອບຖານທັບເຮືອ Lumut ໃນເມືອງ Lumut, Perak ສົ່ງຜົນໃຫ້ທະຫານເຮືອບິນ 10 ຄົນເສຍຊີວິດ. ຂ່າວຕ່າງປະເທດ

ເຈົ້າຂອງຮ້ານ ປະຈານຄອບຄົວໜຶ່ງ ສັ່ງອາຫານເຕັມໂຕະ ກິນແລ້ວໜີ ບໍ່ຈ່າຍເງິນ.

ເຈົ້າຂອງຮ້ານ ປະຈານຄອບຄົວໜຶ່ງ ສັ່ງອາຫານເຕັມໂຕະ ກິນແລ້ວໜີ ບໍ່ຈ່າຍເງິນ. ເວັບໄຊ້ຕ່າງປະເທດລາຍງານ ລາຍງານເລື່ອງການໂຕ້ແຍ້ງໃນສື່ສັງຄົມ ຫຼັງຮ້ານອາຫານແຫ່ງໜຶ່ງເຊິ່ງຕັ້ງຢູ່ໃນ Port Talbot ໃກ້ກັບ Swansea ປະເທດ Wales ໄດ້ໂພສຄິບປະຈານລູກຄ້າຄອບຄົວກຸ່ມໜຶ່ງທີ່ຈົງໃຈໜີບໍ່ຈ່າຍເງິນຄ່າອາຫານຈຳນວນ 14,000ບາດ ຮ້ານຫາກໍ່ເປີດໃໝ່. ຂ່າວຕ່າງປະເທດ

ເມຍໃຈຮ້າຍສຸດຂີດ!! ເຫັນຜົວນັ່ງລົດມາກັບຊູ້ ໃຊ້ກ້ອນດິນຈີ່ທຸບແກ້ວລົດບໍ່ຢຸດ.

ເມຍໃຈຮ້າຍສຸດຂີດ!! ເຫັນຜົວນັ່ງລົດມາກັບຊູ້ ໃຊ້ກ້ອນດິນຈີ່ທຸບແກ້ວລົດບໍ່ຢຸດ. ເມື່ອຊ່ວງອາທິດທີ່ຜ່ານມາ ໂລກອອນລາຍຫວຽດນາມໄດ້ແຫ່ແຊວິດີໂອທີ່ກຳລັງເປັນກະແສ ເມື່ອພັນລະຍາສາວຄົນໜຶ່ງຈັບໄດ້ວ່າສາມີນອກໃຈ ຈຶ່ງເຮັດໃຫ້ນາງໃຈຮ້າຍສຸດຂີດ ຈົນເກີດເປັນເຫດການວຸ້ນວາຍຢູ່ກາງຖະໜົນ ຕໍ່ມາຍິງສາວໄດ້ປະກາດວ່າ ສາເຫດທີ່ນາງອາລົມຮ້ອນແບບນີ້ ຍ້ອນວ່ານາງ "ເປັນເມຍໃຫຍ່" ສ່ວນບຸກຄົນທີ່ຢູ່ໃນລົດແມ່ນ "ສາມີ ແລະ ເມຍນ້ອຍ" ພ້ອມທັງສະແດງຮູບພາບຄອບຄົວໃຫ້ຝູງຊົນໄດ້ເຫັນ ສ່ວນສາມີ ແລະ ເມຍນ້ອຍບໍ່ສົນໃຈ ພວກເຂົາທັງ2ນັ່ງມິດຢູ່ໃນລົດ ຈຶ່ງເຮັດໃຫ້ເມຍໃຫຍ່ໃຈຮ້າຍກວ່າເກົ່າ. ເຫດການເລີ່ມວຸ້ນວາຍ ເມື່ອມີຄົນມາເຕົ້າໂຮມຫຼາຍຂຶ້ນ ບາງຄົນກໍບັນທຶກວິດີໂອເກັບໄວ້ ບາງຄົນກໍໄລຟ໌ສົດລົງໂລກອອນລາຍ ລວມເຖິງເຮັດໃຫ້ການຈະລາຈອນຕິດຂັດ...

ສປ ຈີນ ມອບພາຫະນະຮັບໃຊ້ວຽກ ງານອາຊຽນ ໃຫ້ກະຊວງປ້ອງກັນປະເທດ

ສປ ຈີນ ມອບພາຫະນະຮັບໃຊ້ວຽກ ງານອາຊຽນ ໃຫ້ກະຊວງປ້ອງກັນປະເທດ ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ໄດ້ນຳເອົາພາຫະນະ ປະກອບມີ ລົດເມ 12 ບ່ອນນັ່ງ 20 ຄັນ, ລົດເມ 21 ບ່ອນນັ່ງ 2 ຄັນ, ລົດຕູ້ (ລົດກູ້ໄພ) 2 ຄັນ,...

ເຫດຄົນຈົມນໍ້າຢູ່ທີ່ຂົວແມ່ນໍ້າງື່ມນາບົງ-ທ່າກົກໄຮ

ເຫດຄົນຈົ່ມນໍ້າຢູ່ທີ່ຂົວແມ່ນໍ້າງື່ມນາບົງ-ທ່າກົກໄຮຊື່ທ້າວໄທເກີ້ ອາຍຸ15ປີ ບ້ານນາຕານ ເມືອງໄຊທານີ ແຂວງນະຄອນຫຼວງ (ເຫດການ) ທ້າວ ກ ກັບໜູ່ໄດ້ລົງຫລີ້ນນ້ຳ ຢູ່ຂົວບ້ານນາບົງ ໄດ້ຊວນກັນຂື້ນໄປເທິງເສົາ ຕມ ເພືອໄປໂດດຫລີ້ນນໍ້າທ້າວ ກ ແມ່ນໃດ້ໂດດກ່ອນ ແຕ່ບໍ່ເປັນຫຍັງແລະໄດ້ຂື້ນຢືນຖ້າໜູ່ຢູ່ໂພນຫາດຂ້າງເສົາ ຕມ ຫລັງຈາກນັ້ນ ທ້າວໄທເກີ້ກໍໄດ້ໂດດລົງນ້ຳແລະນ້ຳກໍ່ໃດ້ຊຸກໄຫຼ ໃປປະມານ10ປາຍ ແມັດ ກ່ອນທີ່ທ້າວໄທເກີ້ ຈະໃດ້ຈົມນໍ້າລົງເອງທ້າວ ກ ກໍ່ໄດ້ໂດດລົງໃປຊ່ວຍ ຫມູ່ແລະ ໃດ້ຈັບແຂນ...

ກັກຕົວຜູ້ຖືກຫາຊາວໄທ ພ້ອມຢາເສບຕິດ-ປືນ

ກັກຕົວຜູ້ຖືກຫາຊາວໄທ ພ້ອມຢາເສບຕິດ-ປືນ ໃນວັນທີ 23 ມີນາ 2024, ເຈົ້າໜ້າທີ່ຕຳຫຼວດ ປກສ ນະຄອນໄກສອນ ແຂວງສະຫວັນນະເຂດ ເຂົ້າຈັບຕົວ ທ້າວ ສົມສັກ ຫຼື ຕ້ອຍ ອາຍຸ 42 ປີ ສັນຊາດໄທ ພ້ອມຂອງກາງມີໃບກະທ້ອມແຫ້ງບົດແລ້ວຈຳນວນ 59 ຖົງນ້ອຍ ກັບ 2 ກະປຸກ,...

ເກີດເຫດ ທະເລາະວິວາດ

ທີມກູ້ຊີບກູ້ໄພນະຄອນຫລວງ ເຂດ 4 ລາຍງານວ່າ: ເວລາ21:00ນາທີ ວັນທີ 6 ເມສາ 2024 ໄດ້ອອກຫດຊ່ວຍເຫລືອຜູ້ບາດເຈັບຈາກເຫດການ ຜິດຖຽງ ແລະ ອາລະວາດໃຊ້ປືນວິວາດຍິງກັນ ຢູ່ບ້ານດົງຊຽງດີເມືອງນາຊາຍທອງ ນະຄອນຫລວງວຽງຈັນ ມີຜູ້ບາດເຈັບ 2 ຄົນ ແລະ ເສຍຊິວິດ1ຄົນ ຜູ້ທີ1 ເພດຊາຍ ບາດເຈັບສາຫັດ ຖືກຍິງບາດແຜເປີດໃຫຍ່ຂາຊ້າຍຜູ້ທີ2 ເພດຍິງບາດເຈັບສາຫັດ...

ຈັບຜູ້ຖືກຫາຄ້າຢາເສບຕິດ ປະເພດຢາໄອສ໌ 2 ກິໂລກຼາມ

ຈັບຜູ້ຖືກຫາຄ້າຢາເສບຕິດ ປະເພດຢາໄອສ໌ 2 ກິໂລກຼາມ ໃນວັນທີ 11 ມີນາ 2024 ນີ້, ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຈຳປາສັກ ໄດ້ລົງມ້າງຄະດີຄ້າຂາຍຢາເສບຕິດ (ປະເພດຢາໄອສ໌) ຢູ່ເຂດບ້ານແກ້ວສໍາພັນ ນະຄອນປາກເຊ ແຂວງຈຳປາສັກ ສາມາດກັກຕົວຜູ້ຖືກຫາໄດ້ 3 ຄົນ ພ້ອມພ້ອມເຄື່ອງຂອງກາງຢາເສບຕິດ (ຢາໄອສ໌) ຈໍານວນ 2 ກິໂລກຼາມ. ພວກຖືກຫາມີຄື: ທ້າວ...

Most Popular

spot_img

You cannot copy content of this page