Homeຂ່າວຂ່າວຮ້ອນ ອອນລາຍ

ຂ່າວຮ້ອນ ອອນລາຍ

ເກີດເຫດ ທະເລາະວິວາດ

ທີມກູ້ຊີບກູ້ໄພນະຄອນຫລວງ ເຂດ 4 ລາຍງານວ່າ: ເວລາ21:00ນາທີ ວັນທີ 6 ເມສາ 2024 ໄດ້ອອກຫດຊ່ວຍເຫລືອຜູ້ບາດເຈັບຈາກເຫດການ ຜິດຖຽງ ແລະ ອາລະວາດໃຊ້ປືນວິວາດຍິງກັນ ຢູ່ບ້ານດົງຊຽງດີເມືອງນາຊາຍທອງ ນະຄອນຫລວງວຽງຈັນ ມີຜູ້ບາດເຈັບ 2 ຄົນ ແລະ ເສຍຊິວິດ1ຄົນ ຜູ້ທີ1 ເພດຊາຍ ບາດເຈັບສາຫັດ ຖືກຍິງບາດແຜເປີດໃຫຍ່ຂາຊ້າຍຜູ້ທີ2 ເພດຍິງບາດເຈັບສາຫັດ...

ພຣະຕີກັນກາງງານບຸນ.

ແມ່ນແທ້ບໍ່? ໃສ່ສະບົງ ແລ້ວຊົງພະລັງ! ພຣະຕີກັນກາງງານບຸນ. ຕາມສຳນັກຂ່າວໄທ ລາຍງານ ໃນວັນທີ 21 ມີນາ 2024 ນີ້ ກ່ຽວກັບເຫດການເປີດເສິກຜ້າເຫຼືອງລະຫວ່າງພຣະສອງອົງແລກມັດກັນກາງງານບຸນ ທີ່ແຂວງສຸຣາດທານີ ປະເທດໄທ. ໂດຍເຫດການເກີດຂຶ້ນ, ເມື່ອເຈົ້າຂອງບ້ານໄດ້ນິມົນພຣະມາເຮັດບຸນປີໃໝ່ຢູ່ບ້ານໃຫ້ ພໍ່ຕູ້-ແມ່ຕູ້ ແລະ ເຫດການບໍ່ຄາດຄິດກໍເກີດຂຶ້ນໃນຂະນະທີ່ພຣະກຳລັງນັ່ງສັນເຂົ້າ, ພຣະອົງໜຶ່ງກໍໄດ້ລຸກຊົກໜ້າພຣະອີກອົງໜຶ່ງ ທີ່ຢືນຢູ່ ຈຶ່ງເປັນເຫດຕີກັນກາງບ້ານ ເຮັດໃຫ້ທຸກຄົນໃນງານຕາງຕົກໃຈເນື່ອງຈາກເປັນງານບຸນ ແລະ ບໍ່ຄິດວ່າຈະເກີດເຫດການແບບນີ້. ຫຼັງຈາກຄຣິບວີດີໂອຖືກເຜີຍແຜ່ອອກໄປກໍເຮັດໃຫ້ມີຄົນເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍເຖິງພຶດຕິກຳທີ່ບໍ່ເໝາະສົມຂອງພຣະທັງ 2...

ເຫດເສົ້າສະລົດໃຈ ງູກັດເດັກນ້ອຍເສຍຊີວິດ

ເຫດເສົ້າສະລົດໃຈ ງູກັດເດັກນ້ອຍເສຍຊີວິດ ເຫດການນີ້ ໃນສື່ອອນໄລໄດ້ມີ ຜູ້ໃຊ້ລາຍຫນື່ງ ໂພສພາບວ່າ: ຫຼານຖືກງູຕອດເສຍຊີວິດ ໂດຍງູດັ່ງກ່າວ ຫນ້າຈະແມ່ນ ງູທີ່ມີພິດຮ້າຍແຮງ ເພາະກັດແລ້ວ ກໍ່ເຮັດໃຫ້ນ້ອງ ເສຍຊີວິດທັນທີ ເຫດການນີ້ ຫນ້າຈະເກີດຂື້ນໃນວັນທີ 18 ມີນາ 2024, ຢູ່ ແຂວງ ສະຫວັນນະເຂດ ຂໍສະແດງ ຄວາມ ເສຍໃຈ ກັບຄອບຄົວ ທີ່ຕ້ອງສູນເສຍລູກໃນໄວ ທີ່ກຳລັງ...

ຢືດລົດຈັກ 5 ຄັນ ຈາກຮ້ານສ້ອມແປງ……..

ຢືດລົດຈັກ 5 ຄັນ ຈາກຮ້ານສ້ອມແປງ ວັນທີ 5 ມີນາ 2024 ນີ ພາກສ່ວນກ່ຽວເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂອງຮ້ານສ້ອມແປງລົດຈັກ (ໜ້າໂຮງຮຽນຊັບພະວິຊາ) ທີ່ນໍາໃຊ້ເຂດຫວງຫ້າມ ດຳເນີນທຸລະກິດ. ເຊິ່ງໄດ້ຢຶດເອົາລົດຈັກຈໍານວນ 5 ຄັນ ທີ່ທາງຮ້ານໄດ້ຈອດໄວ້ຊະຊາຍຕາມເຂດຫວງຫ້າມ (ເທິງຟຸດບາດ) ມາໄວ້ໜ່ວຍງານກອງຄະດີ ປກສ ເມືອງ ສີສັດຕະນາກ.

ຈັບຜູ້ຖືກຫາໄດ້ 2 ຄົນ ພ້ອມຂອງກາງຢາບ້າ 1.082 ເມັດ

ຈັບຜູ້ຖືກຫາໄດ້ 2 ຄົນ ພ້ອມຂອງກາງຢາບ້າ 1.082 ເມັດ ໃນວັນທີ 30 ມັງກອນ 2024, ປກສ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຈັບຜູ້ຖືກຫາໄດ້ 2 ຄົນ ພ້ອມຢຶດຢາເສບຕິດ ປະເພດຢາບ້າ 1.082 ເມັດ.ຜູ້ຖືກຫາມີ: 1. ທ້າວ ພອນ ອາຍຸ 53...

ຈັບຊາຍໜຸ່ມ 2 ຄົນ ຊຸກເຊື່ອງເຮໂຣອິນ ໃນຮູບປັ້ນຈີນ ຫວັງຂ້າມຊາຍແດນ

ຈັບຊາຍໜຸ່ມ 2 ຄົນ ຊຸກເຊື່ອງເຮໂຣອິນ ໃນຮູບປັ້ນຈີນ ຫວັງຂ້າມຊາຍແດນ ຊາຍໜຸ່ມຊາວລາວ 2 ຄົນ ຊຸກເຊື່ອງຢາເສບຕິດ ປະເພດເຮໂຣອິນ ໄວ້ໃນຮູບປັ້ນຈີນ, ເຮັດໃຫ້ເຈົ້າໜ້າທີ່ໄທ ພົບພິລຸດ ຈິ່ງຂໍກວດຄົ້ນ. ວັນທີ 12 ກຸມພາ ຜ່ານມານີ້, ເຈົ້າໜ້າທີ່ພາສີໜອງຄາຍ ປະເທດໄທ ກວດລົດບັນທຸກສິນຄ້າຄັນໜຶງທີ່ຂ້າມໄປແຕ່ຝັ່ງລາວ ມີພິລຸດ ຄາດວ່າມີສິ່ງຜິດກົດໝາຍຊຸກເຊື່ອງ ໂດຍສະເພາະຮູບປັ້ນຈີນ 3...

ສຶກສາອົບຮົມ ກຸ່ມໄວລຸ້ນຂີ່ລົດກວນເມືອງ

ສຶກສາອົບຮົມ ກຸ່ມໄວລຸ້ນຂີ່ລົດກວນເມືອງ ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງບາຈຽງ ແຂວງຈຳປາສັກ ຈັບແກ້ງໄວລຸ້ນຂັບຂີ່ລົດກວນເມືອງ ເພື່ອສຶກສາອົບຮົມ ແລະ ປັບໄໝ ຂໍ້ຫາ ສ້າງສຽງດັງເນືອງນັນລົບກວນສັງຄົມ.

ລົດສະແຕັກນໍ້າມັນຕຳລົດຈັກ ເສຍຊີວິດຄາທີີ 1 ຄົນ

ລົດສະແຕັກນໍ້າມັນຕຳລົດຈັກ ເສຍຊີວິດຄາທີີ 1 ຄົນ ໃນວັນທີ 14 ກຸມພາ 2024 ເວລາປະມານ 14:20 ນາທີ, ໄດ້ເກີດເຫດລົດໃຫຍ່ສະເເຕັກນ້ຳມັນ ຕໍາກັບ ລົດຈັກ ເຂດບ້ານເວີນຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມີຜູ້ເສຍຊີວິດ 1 ຄົນ ເພດຊາຍ. ຂໍສະແດງຄວາມເສຍໃຈກັບເຫດການຄັ້ງນີ້ດ້ວຍ. Cr.ໜ່ວຍກູ້ໄພພູເຂົາຄວາຍ

Most Popular

spot_img

You cannot copy content of this page