ເຈົ້າໜ້າທີ່ລົງກວດລ້າງສາວບໍລິການ 47 ຄົນ ໃນນັ້ນມີເດັກອາຍຸຕ່ຳກວ່າ 18 ປີ.

ເຈົ້າໜ້າທີ່ລົງກວດລ້າງສາວບໍລິການ 47 ຄົນ ໃນນັ້ນມີເດັກອາຍຸຕ່ຳກວ່າ 18 ປີ.

ພັນຕີ ຄອນສະຫວັນ ຕັນມີໄຊ ຮອງຫົວຫນ້າພະແນກຕຳຫລວດ ປກສ ເມືອງປາກງື່ມ ນວຈ ໃຫ້ຮູ້ໃນວັນທີ 9/2/2024 ວ່າ: ກຳລັງ ປກສ ກຸ່ມບ້ານ ແລະ ອຳນາດການປົກຄອງບ້ານການລົງກວດກາຮ້ານກິນດີື່ມ-ບັນເທີງ, ຮ້ານຄາລາໂອເກະ ແລະ ຮ້ານເກມອອນລາຍ ທົ່ວເມືອງປາກງື່ມ.

ສາມາດກວດພົບຮ້ານກິນດີື່ມ-ບັນເທີງ 9 ຮ້ານ, ຮ້ານຄາລາໂອເກະ 1 ຮ້ານ, ມີເຈົ້າຂອງຮ້ານ 9 ຄົນ, ຍິງ 8 ຄົນ; ມີສາວບໍລິການ 47 ຄົນ. ໃນນັ້ນ, ມີອາຍຸຕໍ່າກວ່າ 18 ປີ ມີ 4 ຄົນ ທີ່ໄດ້ເປີດໃຫ້ບໍລິການລະເມີດຕໍ່ລະບຽບກົດໝາຍ

ເປີດກາຍໂມງກາຍເວລາ, ເປີດສຽງດັງເນືອງນັນ ແລະ ມີການແອບແຝງຄ້າມະນຸດ-ຄ້າປະເວນີຂອງບຸກຄົນອື່ນ.

ສະເພາະ ຮ້ານເກມອອກນລາຍ (ເກມເຊີ) ໄດ້ລົງກວດກາທັງໝົດ 7 ຮ້ານ, ຜ່ານການກວດກາຕົວຈິງແລ້ວ ເຫັນວ່າຮ້ານດັ່ງກ່າວມີການເປີດໃຫ້ບໍລິການກາຍໂມງທີ່ໄດ້ກຳນົດ, ມີການມົ້ວສຸມເສບຢາເສບຕິດ ແລະ ເປີດໃຫ້ບໍລິການຫຼິ້ນການພະນັນອອນລາຍ

spot_img
spot_img

You cannot copy content of this page