ປກສ ແຂວງບໍ່ແກ້ວ ສະກັດຢຶດຢາບ້າໄດ້ 8 ລ້ານເມັດ

ໃນວັນທີ 31 ມັງກອນ 2024, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ອອກກວດກາລາດຕະເວນຂອບເຂດລະຫວ່າງ ບ້ານໃຫຍ່ສີເມືອງງາມ ຫາ ບ້ານດອນທາດ ເມືອງຕົ້ນເຜີ້ງ ພົບເຫັນລົດເປົ້າໝາຍ ແລ່ນມາແຕ່ທາງ ບ້ານດອນທາດ ມຸ່ງໜ້າໄປ ທາງບ້ານໃຫຍ່ສີເມືອງງາມ. ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ໄລ່ລົດຄັນດັ່ງກ່າວ. ພໍມາຮອດບ້ານໃຫຍ່ສີເມືອງງາມ

ເຈົ້າທີ່ຈຶ່ງໄດ້ລັດທາງ ແຕ່ລົດຄັນດັ່ງກ່າວບໍ່ທັນແລ່ນມາຮອດຈຸດທີ່ເຈົ້າໜ້າທີ່ສະກັດລັດ ປະມານ 15-20 ແມັດ, ຜູ້ຂັບຂີ່ລົດຄັນດັ່ງກ່າວໄດ້ ຈອດລົດແລ້ວ ແລ້ວໄດ້ຍົກປືນສັ້ນໃສ່ເຈົ້າໜ້າທີ່ ແລະ ໄດ້ເອົາຕົວຫຼົບໜີແລ່ນເຂົ້າປ່າເປັນເພດຊາຍ ຈໍານວນ 1 ຄົນ.

ຈາກນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ໄປກວດກາເບິ່ງລົດຄັນດັ່ງກ່າວ ແລ້ວພົບເຫັນຢາເສບຕິດຢູ່ໃນລົດ ແລະ ກະບະລົດ.
ເຈົ້າໜ້າທີ່ ກວດຄົ້ນລົ ດຄັນດັ່ງກ່າວ ພົບເຫັນ ເປົາຢາເສບຕິດທັງໝົດຈຳນວນ 40 ເປົາ, ເຊິ່ງເຊື່ອງຢູ່ໃນລົດ 28 ເປົາ, ຢູ່ຫຼັງກະບະລົດມີ 12 ເປົາ.

I ຫຼັງຈາກກວດຢ່າງລະ ອຽດມີຢາເສບຕິIIດ ປະເພດຢາບ້າຈຳນວນທັງໝົດ 400 ມັດ, ເທົ່າກັບ 8.000.000 ເມັດ, ນ້ຳໜັກ 800 ກິໂລກຼາມ.
ຈາກນັ້ນ, ເຈົ້າໜ້າທີ່ໄດ້ສືບຕໍ່ເລັ່ງຕິດຕາມຈັບຄົນຮ້າຍມາດຳເນີນຄະດີຕາມກົດໝາຍ.

spot_img
spot_img

You cannot copy content of this page