ຈັບພ້ອມຂອງກາງຢາເສບຕິດຫຼາຍລາຍການ

ຈັບພ້ອມຂອງກາງຢາເສບຕິດຫຼາຍລາຍການ ວັນທີ 6 ກຸມພາ 2024 ເວລາປະມານ 4 ໂມງ 11 ນາທີ, ຢູ່ທີ່ຈຸດກວດການໍ້າເກິງ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ມີຜູ້ຊາຍ 01 ຄົນ ຂີ່ລົດໂດຍສານມາແຕ່ ເມືອງ ຕົ້ນເຜິ້ງ ເພື່ອທີ່ຈະເດີນທາງເຂົ້າເມືອງຫ້ວຍຊາຍ ໂດຍຜ່ານຈຸດກວດການ້ຳເກິງ, ເຈົ້າໜ້າທີ່ຈຶ່ງໄດ້ສັນຍານໃຫ້ຈອດລົດ ເພື່ອກວດກາເອກະສານລົດ ແລະ ຕົວຕົນຜູ້ໂດຍສານ. ຜ່ານການກວດຄົ້ນ ພົບເຫັນຢາເສບຕິດຢູ່ໃນກະເປົ໋າ ຂອງທ້າວ ຈ້າວຢຸ່ນຊ່ານ ອາຍຸ 36 ປີ

ເຊື້ອຊາດຈີນ, ສັນຊາດຈີນ, ປະຈຸບັນຢູ່ບ້ານ ຫ່າງປ້າງ ເມືອງ ມົງໂປຊຽນ ແຂວງ ເມິງໂປ ປະເທດມຽນມາ , ຢາເສບຕິດທີ່ກວດພົບຢູ່ໃນກະເປົາມີດັ່ງນີ້: ຢາບ້າຈຳນວນ 103 ເມັດ, ຢາເຄຕາມິນຈຳນວນ 01 ຖົງໃຫຍ່ ແລະ 01 ຖົງນ້ອຍ,ຢາອີ ຈຳນວນ 52 ເມັດ, ຂາຄູ່ຈຳນວນ 94 ຖົງໃຫຍ່ ແລະ 298 ຖົງນ້ອຍ, ແປ້ງຝຸ່ນ ຈຳນວນ 06 ຖົງນ້ອຍ, ຄໍລາເຈັນ ຈຳນວນ 29 ຊອງ,

ຢາເມັດສີສົ້ມ ຈໍານວນ 23 ເມັດ ແລະ ຢາເມັດສີບົວ ຈໍານວນ 08 ເມັດ, ນໍ້າສີດໍາ ຈຳນວນ 02 ຕຸກໃຫຍ່ ແລະ 01 ຕຸກນ້ອຍ, ແປ້ງຝຸ່ນສີນ້ຳຕານ ຈຳນວນ 01 ກະປູກ. ເຈົ້າໜ້າທີ່ຢູ່ຈຸດກວດກາດັ່ງກ່າວ ໄດ້ກັກຕົວຜູ້ກ່ຽວພ້ອມກັບຂອງກາງສົ່ງໃຫ້ພະແນກທີ່ກ່ຽວຂ້ອງ ເພື່ອດໍາເນີນຕາມລະບຽບກົດໝາຍ.

ຂ່າວ: ປກສ ແຂວງບໍ່ແກ້ວ

spot_img
spot_img

You cannot copy content of this page