ເປີດແລ້ວ  ງານມະຫະກໍາບຸນຊ້າງ ຄັ້ງທີ XVI ພ້ອມກັບການເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ

ເປີດແລ້ວ  ງານມະຫະກໍາບຸນຊ້າງ ຄັ້ງທີ XVI ພ້ອມກັບການເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ

ຈັດຂຶ້ນໃນຕອນເຊົ້າວັນທີ 17 ກຸມພາ 2024 ນີ້ທີ່ສະໜາມຫລວງຂອງແຂວງ ໂດຍມີ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ພ້ອມພັນລະຍາ, ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ, ພ້ອມດ້ວຍບັນດາການນໍາພັກ-ລັດ, ທູຕານຸທູດ, ມວນຊົນ ກໍຄື ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງເຂົ້າຮ່ວມຢ່າງຫລວງຫລາຍ.

ຈຸດປະສົງການຈັດງານຄັ້ງນີ້ ເພື່ອເປັນການອະນຸລັກ, ຮັກສາຊ້າງບໍ່ໃຫ້ສູນພັນ ແລະ ທັງເປັນການສືບຕໍ່ປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ. ທັງເປັນການໂຄສະນາດຶງດູດນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄື ແຂວງໄຊຍະບູລີ ນັບມື້ເພີ່ມຂຶ້ນ. ພາຍໃນງານມີຊ້າງເຂົ້າຮ່ວມທັງໝົດ 75 ເຊືອກ.

ສໍາລັບປີທ່ອງທ່ຽວລາວ 2024, ແຂວງໄຊຍະບູລີ ມີທັງໝົດ 12 ກິດຈະກໍາ ໃນນີ້ ກິດຈະກໍາລະດັບຊາດ ແມ່ນກໍານົດເອົາງານມະຫາກໍາບຸນຊ້າງ ປະຈໍາປີ 2024, ສ່ວນກິດຈະກໍາລະດັບແຂວງ ແມ່ນກໍານົດເອົາເອົາເທສະການບຸນກອງເຂົ້າໃຫຍ່ເມືອງພຽງ ແລະ ເປີດແຫຼ່ງທ່ອງທ່ຽວສູນອານຸລັກຊ້າງພູແຄນ, ເຫລືອນັ້ນແມ່ນກິດຈະກຳລະດັບເມືອງ.

ພາຍໃນງານຄັ້ງນີ້ ປະກອບມີຫລາຍກິດຈະກໍາ ເຊັ່ນ: ເປີດງານຕະຫລາດນັດວາງສະແດງສິນຄ້າທັງພາຍໃນ ແລະ ຕ່າງປະເທດ, ການສະແດງສິນລະປະວັນນະຄະດີ, ຂະບວນແຫ່ກ້ອນສະແດງຕ່າງໆ, ແຂ່ງຂັນຕີກອງຫາງ, ແຂ່ງ ຂັນປະກວດນັກຮ້ອງສຽງດີ ແລະ ດົນຕີພື້ນເມືອງ, ປະກວດນາງສາວງາມທິດາບຸນຊ້າງ, ຊົມການສະແດງໂດດຈ້ອງ, ການສູ່ຂວັນຊ້າງ, ການສະແດງຂອງຊ້າງຄຳຮູ້, ການໃຫ້ອາຫານຊ້າງ, ການບໍລິການຂີ່ຊ້າງ ແລະ ອື່ນໆ.

ສ່ວນກິດຈະກໍາການທ່ອງທ່ຽວ ມີຄື: ກາບໄຫວ້ບູຊາວັດສີບຸນເຮືອງ (ບ້ານໃຫຍ່), ຫໍຫຼັກເມືອງ ແລະ ວັດພູທອກ, ທ່ຽວຊົມສູນອະນຸລັກຊ້າງລາວ (ອ່າງນ້ຳຕຽນ), ສູນອະນຸລັກ ແລະ ຂະຫຍາຍພັນຊ້າງອາຊີ (ຢູ່ພູແຄນ) ແລະ ມູນນິທິອະນຸລັກສັດ ແລະ ສິ່ງແວດລ້ອມລາວ (ບ້ານນາຕໍໃຫຍ່), ຢ້ຽມຊົມຫໍສະໝຸດຊ້າງ ແລະ ກິດຈະກຳອະນຸລັກຊ້າງຢູ່ສູນອະນຸລັກຊ້າງນໍ້າຕຽນ.

ElephantFestival

Cr. FM90 ລາຍງານ

ສະເກັດຂ່າວ Hot News

spot_img
spot_img

You cannot copy content of this page