ເຈົ້າໜ້າທີ່ສະກັດແກ້ງລັກລອບຂົນຢາໄອສ໌ 533 ກິໂລກຼາມກຽມສົ່ງໄປໄທ

ເຈົ້າໜ້າທີ່ສະກັດແກ້ງລັກລອບຂົນຢາໄອສ໌ 533 ກິໂລກຼາມກຽມສົ່ງໄປໄທ

ໃນວັນທີ 14 ມັງກອນ 2024 ເວລາ 22:30 ໂມງ, ເຈົ້າໜ້າທີ່ກອງຮ້ອຍຊາຍ ແດນ 243 ທະຫານນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດລະເວນໃນຂອບເຂດຮັບຜິດຊອບຕາມລຳແມ່ນ້ຳຂອງ ໄດ້ພົບເຫັນເຮືອ 1 ລໍາ ພ້ອມຄົນ 3 ຄົນ ກໍາລັງຂັບຂີ່ເຮືອອອກໄປກາງແມ່ນໍ້າຂອງ ໂດຍມຸ່ງໜ້າໄປປະ ເທດເພື່ອນບ້ານ.

ດັ່ງນັ້ນ, ຈຶ່ງໄດ້ຂັບຂີ່ເຮືອໄລ່ສະກັດຈັບ ເພື່ອຈະກວດກາ ແຕ່ຍ້ອນຄວາມມືດພວກຄົນຮ້າຍຈຶ່ງສາມາດເອົາຕົວຫຼົບໜີໄປໄດ້. ຈາກນັ້ນ, ເຈົ້າໜ້າທີ່ກອງຮ້ອຍຊາຍແດນ 243 ຈຶ່ງໄດ້ກັບມາກວດສອບຕາມແຄມຝັ່ງແມ່ນ້ຳຂອງ ແລະ ພົບເຫັນ ຢາເສບຕິດ ປະເພດຢາໄອສ໌ ຈໍານວນ 13 ເປົາ ນ້ຳໜັກ 533 ກິໂລກຼາມ ກອງຢູ່ແຄມແມ່ນໍ້າຂອງລະຫວ່າງ ບ້ານນາໄຮ່ ຫາບ້ານສີຖານໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

spot_img
spot_img

You cannot copy content of this page