ຄາດຕະກຳເມຍຍ້ອນຂໍເງິນບໍ່ໄດ້

ຄາດຕະກຳເມຍຍ້ອນຂໍເງິນບໍ່ໄດ້

ໃນວັນທີ 15 ກຸມພາ 2024, ປກສ ເມືອງໜອງບົກ ແຂວງຄຳມ່ວນນຳຕົວທ້າວ ແຫຼ້ ອາຍຸ 49 ປີຢູ່ບ້ານດົງຄຸງ ເມືອງໜອງບົກ ແຂວງຄຳມ່ວນ ສາທິດເຫດການຄາດຕະກຳ ນາງ ບຸນພັກ (ແດງ) ອາຍຸ 29 ປີ ເມຍ. ຍ້ອນຂັດແຍ່ງກັນທາງດ້ານຊັບສິນລະຫວ່າງຜົວ-ເມຍ.

ເຫດການມີຢູ່ວ່າ: ສອງຜົວເມຍ ຕ່າງຄົນກໍແລ່ນລົດໂດຍສານດ້ວຍກັນ ( ລົດຄົນລະຄັນ ). ຕໍ່ມາ, ຜົວຂໍເງິນ 5 ລ້ານກີບ ໄປແຕ່ງລົດ ແລະ ຢູ່ຕໍ່ມາອີກໄລຍະໜຶ່ງຜູ້ເປັນເມຍ ຈຶ່ງຂໍຢ່າຮ້າງກັບຜູ້ເປັນຜົວ. ຕົກມາຮອດເວລາ 17:00 ໂມງຂອງວັນທີ 11 ກຸມພາ 2024, ນາງ ບຸນພັກ ໄດ້ເຂົ້າໜຶ້ງເຂົ້າຢູ່ເຮືອນຄົວ. ຈາກນັ້ນ, ທ້າວ ແຫຼ້ ໄດ້ຢ່າງເຂົ້າໄປລົມເລື່ອງປະ ພ້ອມທັງຂໍເງິນນຳນາງ ບຸນພັກ ຈຳນວນ 30.000.000 ກີບ.

ແຕ່ນາງ ບຸນພັກບໍໃຫ້ ຈົນເກີດຜິດຖຽງກັນ. ຈາກນັ້ນ, ຜູ້ກ່ຽວ ຈຶ່ງເກີດມີຄວາມຢາກຮ້າຍ ແລ້ວໄດ້ຍ່າງເຂົ້າໄປເອົາພ້າຂໍ ມາພັນໃສ່ຫົວນາງ ບຸນພັກ ບາດ 1, ແລ້ວພັນໃສ່ແຂນອີກ 3 ບາດ ແລະ ພັນໃສ່ກ້ານຄໍອີກ 3 ບາດ; ນາງ ບຸນພັກ ໄດ້ຮ້ອງຂໍຄວາມຊ່ວຍ ເຫຼືອ ປະຊາຊົນເຫັນເຫດການ ຈຶ່ງນຳຕົວສົ່ງໂຮງໝໍ ແລະ ເສຍຊີວິດ ໃນເວລາຕໍ່ມາ.

ຕົກມາຮອດເວລາ 17:30 ໂມງຂອງວັນດຽວກັນ, ທ້າວແຫຼ້ ຈຶ່ງໄດ້ເຂົ້າໄປມອບຕົວ ກັບທາງເຈົ້າໜ້າທີ່.

spot_img
spot_img

You cannot copy content of this page