ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີກະທຳຊຳເລົາເດັກ

ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີກະທຳຊຳເລົາເດັກ

ວັນທີ 8 ມັງກອນ 2024 ນີ້, ຄະນະສານອາຍາສານແຂວງວຽງຈັນ ໄດ້ຕັດສິນຄະດີກະທຳຊຳເລົາເດັກ ໂດຍມີຈໍາເລີຍ ຊື່: ທ້າວ ສີຊົ່ງ ອາຍຸ 20 ປີ ຢູ່ບ້ານພູຫຼວງ ເມືອງຊຳເໜືອ ແຂວງຫົວພັນ ຖືກເຈົ້າໜ້າທີ່ຕຳຫຼວດກັກຕົວໃນຄັ້ງວັນທີ 7 ມັງກອນ 2023.

ຜ່ານການຄົ້ນຄວ້າຂໍ້ມູນຫຼັກຖານ ແລະ ບັນດາເອກະສານຕ່າງໆໃນສຳນວນຄະດີ ແລະ ຜົນການໄຕ່ສວນໃນທີ່ປະຊຸມສານຢ່າງລະອຽດຖີ່ຖ້ວນແລ້ວ ເຫັນວ່າ: ທ້າວ ສີຊົ່ງ (ຈຳເລີຍ) ແມ່ນ ໄດ້ກະທຳຜິດທາງອາຍາຕາມຂໍ້ກ່າວຫາແທ້. ເບື້ອງຕົ້ນໃນວັນທີ 23 ທັນວາ 2022 ເວລາ 20:00 ໂມງ, ຈໍາເລີຍໄດ້ໄປຫຼິ້ນບຸນກິນຈຽງ ຢູ່ບ້ານນາປ່າໄຜ່ ເມືອງໝື່ນ ແຂວງວຽງຈັນ ກັບ ໝູ່ອີກ 1 ຄົນ ໂດຍພາກັນຍ່າງເລາະຫຼິ້ນບຸນ.

ຈາກນັ້ນ, ໄດ້ຂໍເອົານາງ ກ (ນາມສົມມຸດ) ເພື່ອໄປຫາໝູ່ ຈຶ່ງພາກັນຊ້ອນທ້າຍລົດຈັກອອກໄປ ແລະ ພໍຮອດສະຖານທີ່ນັດໝາຍບໍ່ເຫັນໝູ່ ຈຶ່ງໂທຫາ ແລະ ຮູ້ວ່າຢູ່ອີກບ່ອນໜຶ່ງ, ແຕ່ພໍຂີ່ລົດອອກໄປ, ນາງ ກ ໄດ້ບອກຈອດລົດ ແຕ່ ທ້າວ ສີ ຊົ່ງ ບໍ່ຈອດລົດ ແລະ ນາງ ກ ຈຶ່ງໂດດລົງລົດຈັກ ເຮັດໃຫ້ຜູ້ກ່ຽວໄດ້ຮັບບາດເຈັບ. ເມື່ອເກີດອຸບັດຕິເຫດແນວນັ້ນ, ຜູ້ກ່ຽວຈຶ່ງຂໍຮັບຜິດຊອບດ້ວຍການຈະພາ ນາງ ກ ໄປແຕ່ງດອງເອເປັນເມຍ; ພໍຂີ່ລົດໄປໄດ້ໄລຍະໜຶ່ງ ທ້າວ ສີຊົ່ງ ກໍລ້ຽວລົດເຂົ້້າ ຮ່ອມເພື່ອຈອດລົດ ແລ້ວບັງຄັບຮ່ວມເພດກັບ ນາງ ກ ສຳເລັດ 1 ຄັ້ງ, ແລ້ວພາ ນາງ ກ ໄປສົ່ງ ຢູ່ເຮືອນ ແລະ ນາງ ກໍ ກໍໄດ້ບອກຄອບຄົວວ່າ ຖືກ ທ້າວ ສີຊົ່ງ ກະທຳຊຳເລົາ ແລະ ມື້ຕໍ່ມາຍາດ ພີ່ນ້ອງທັງສອງຝ່າຍໄດ້ມາລົມກັນແບບຄອບຄົວ ແຕ່ບໍ່ສາມາດຕົກລົງກັນໄດ້.
ວັນທີ 6 ມັງກອນ 2023, ທ້າວ ສີຊົ່ງ ຈຶ່ງໄປ ຮັບ ນາງ ກ ມາເຮືອນຂອງຕົນ ເພື່ອຈະເອົາ ນາງ ກ ມາເປັນເມຍຕາມຮີດຄອງຂອງເຜົ່າມົ້ງ.

ຫຼັງຈາກນັ້ນ, ຜູ້ປົກຄອງຂອງ ນາງ ກ ໄດ້ໄປຮັບເອົາ ນາງ ກ ກັບມາເຮືອນ, ແຕ່ ທ້າວ ສີຊົ່ງ ບໍ່ຍອມສົ່ງໃຫ້ ແລະ ມື້ຕໍ່ມາ, ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງໝື່ນ ແຂວງວຽງຈັນ ກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍ, ເຊິ່ງອີງຕາມຄຳຮັບສະລາພາບຂອງຜູ້ກ່ຽວຢູ່ໃນທີ່ປະຊຸມສານ ແລະ ຕາມບົດບັນທຶກຄຳໃຫ້ການ ສະບັບລົງວັນທີ 14 ມີນາ 2023 ແລະ ສະບັບລົງວັນທີ 16 ມີ ນາ 2023 ຂອງ ທ້າວ ສີຊົ່ງ (ຈຳເລີຍ), ເຊິ່ງການກະທຳດັ່ງກ່າວຂອງຜູ້ກ່ຽວເປັນການກະທຳຜິດທາງອາຍາໃນສະຖານການກະທຳຊຳເລົາເດັກ ຕາມລະບຸໄວ້ໃນປະມວນກົດໝາຍອາຍາ ສະບັບປັບປຸງປີ 2017 ມາດຕາ 250 ວັກ 2 ໄດ້ກຳນົດໄວ້ວ່າ: ບຸກຄົນໃດຫາກໄດ້ຮ່ວມເພດກັບເດັກຍິງ ຫຼື ຊາຍ ທີ່ມີອາຍຸຕ່ຳກວ່າສິບຫ້າປີ ດ້ວຍການຈ່າຍຄ່າຕອບແທນ ຫຼື ຕອບສະໜອງ ຜົນປະໂຫຍດດ້ວຍຮູບການໃດໜຶ່ງ ຈະຖືກລົງ ໂທດຕັດອິດສະຫຼະພາບແຕ່ 3 ຫາ 5 ປີ ແລະ ຈະຖືກປັບໄໝແຕ່ 5.000.000 ກີບ ຫາ 7.000.000 ກີບ.

ຂ່າວ: ກົດໝາຍລົງໂທດ

spot_img
spot_img

You cannot copy content of this page