ຜົນຈາກຈັບຢາບ້າ 82 ເມັດນໍາມາສູ່ກັນຊາຊຸກເຊື່ອງໄວ້ເຮືອນ 50 ເປົາ✓

ຮອດເວລາ 10 ໂມງ 15 ນາທີ, ຂອງວັນດຽວກັນ ຈິ່ງພົບເຫັນເປົ້າໝາຍ ຂີ່ລົດຈັກເວບ 100 ສີປອນເທົາ (ບໍ່ມີປ້າຍທະບຽນ) ຂີ່ມຸ່ງໜ້າມາຕາມເສັ້ນທາງບ້ານ ນໍ້າກ້າງ, ຈາກນັ້ນ ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ສະແດງຕົວເຂົ້າກວ ດກາ ບຸກຄົນຕ້ອງສົງໄສ, ຜ່ານການກວດກາ ຕົວຈີງຮູ້ວ່າເປົ້າໝາຍຊື່ ທ້າວ ເຢັງຊົ່ງ ອາຍຸ 44 ປີ, ປະຊາຊົນຢູ່ບ້ານໜອງປາດ

ເມືອງວຽງທອງ, ກວດຄົ້ນລົດຈັກ ພົບເຫັນຂອງກາງຢາບ້າ ຈຳນວນ 82 ເມັດ, ທີ່ເຊື່ອງໃວ້ເບາະລົດຂອງຜູ້ກ່ຽວ, ຈາກນັ້ນຈຶ່ງໄດ້ມີການສືບສວນ-ສອບສວນຂະຫຍາຍຜົນເພີ່ມເຕີມ, ກວດຄົ້ນເຄຫະສະຖານ (ເຮືອນຂອງທ້າວ ເຢັງຊົ່ງ) ໂດຍຊ້ອງໜ້າ ເຈົ້າໜ້າທີ່ໄອຍະການ, ການຈັດຕັ້ງບ້ານ ພົບເຫັນຂອງກາງຄັນຊາແຫ້ງ ຈຳນວນ 50 ເປົ່າ, ນໍ້າໜັກ 802 ກິໂລກຼາມ



ທີ່ຜູ້ກ່ຽວຊຸກເຊື່ອງ ໃວ້ເທີງເພດານເຮືອນ ແລະ ຢາບ້າ ຈຳນວນ 01 ຖົງ, ຈຳນວນ 200 ເມັດ, ທີ່ຊຸກເຊື່ອງໃວ້ໃນຫ້ອງນອນຂອງຜູ້ ກ່ຽວ ພ້ອມນັ້ນ ກໍ່ໄດ້ພົບເຫັນຜູ້ຮ່ວມກະທຳຜິດຢູ່ໃນເຮືອນ ຂອງທ້າວ ເຢັ້ງຊົ່ງ ຈຳນວນ 01 ຄົນ ເຊີ່ງ ເປັນເມຍຂອງຜູ້ກ່ຽວ ຊ່ື່ນາງ ເກີລໍ, ຈາກນັ້ນເຈົ້າໜ້າທີ່ວິຊາສະເພາະຈຶ່ງນຳ ເອົາຕົວພວກກ່ຽວທັງສອງ ມາເພື່ອດຳເນີນການສືບສວນ-ສອບສວນ ດຳເນີນຄະດີຕາມລະບຽບກົດໝາຍກຳນົດໄວ້.

spot_img
spot_img

You cannot copy content of this page