ກັກຕົວຜູ້ຖືກຫາຊາວໄທ ພ້ອມຢາເສບຕິດ-ປືນ

ກັກຕົວຜູ້ຖືກຫາຊາວໄທ ພ້ອມຢາເສບຕິດ-ປືນ

ໃນວັນທີ 23 ມີນາ 2024, ເຈົ້າໜ້າທີ່ຕຳຫຼວດ ປກສ ນະຄອນໄກສອນ ແຂວງສະຫວັນນະເຂດ ເຂົ້າຈັບຕົວ ທ້າວ ສົມສັກ ຫຼື ຕ້ອຍ ອາຍຸ 42 ປີ ສັນຊາດໄທ ພ້ອມຂອງກາງມີໃບກະທ້ອມແຫ້ງບົດແລ້ວຈຳນວນ 59 ຖົງນ້ອຍ ກັບ 2 ກະປຸກ, ນ້ຳຢາດີໄອ ຍີຫໍ້ດາທິດຊິນ ຈຳນວນ 11 ກວດ, ປືນສັ້ັນຊະນິດ ຊິກຊາວເອີ ຈຳນວນ 2 ກະບອກ ພ້ອມລູກກະສຸນ ຈຳນວນ 76 ລູກ.

ນອກນີ້, ໃນວັນທີ 13 ມີນາ 2024, ເຈົ້າໜ້າທີ່ຕຳຫຼວດ ໄດ້ເຂົ້າຈັບຕົວນາງ ອັນຈູ ຫຼື ຈູລີ້ ອາຍຸ 23 ປີ ບ້ານດົງໝາກຢາງ ພ້ອມຢາເສບຕິດ ປະເພດຢາເຄ ຈຳນວນ 8 ຖົງນ້ອຍ ແລະ ທ້າວ ຈັນທະຄາດ ຫຼື ຕິ່ງ ອາຍຸ 31 ປີບ້ານ ສະໜາມໄຊ, ພ້ອມຢາເຄ ຈຳນວນ 60 ຖົງນ້ອຍ, ກາເຟ (coffee house) ປະສົມສານເສບຕິດກາມ້າ ຈຳນວນ 4 ຖົງ ແລະ ຢາອີ 1 ເມັດ.

ສຳລັບຜູ້ຖືກຫາທັງໝົດ, ເຈົ້າໜ້າທີ່ໄດ້ນຳໄປສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ້ງ ແລະ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

spot_img
spot_img

You cannot copy content of this page