ກວດພົບສິນຄ້າໝົດອາຍຸ 25 ລາຍການ

ກວດພົບສິນຄ້າໝົດອາຍຸ 25 ລາຍການ

ເພື່ອຮັບປະກັນຜົນປະໂຫຍດ ແລະຄວາມຍຸດຕິທໍາ ໃຫ້ແກ່ຜູ້ບໍລິໂພກ, ຜູ້ນໍາໃຊ້ສິນຄ້າ ກໍ່ຄືນໍາໃຊ້ມາດຕະການ ເພື່ອຮັກສາຊີວິດ, ສຸຂະພາບ, ຊັບສິນ ແລະ ສິດທິຂອງປະຊາຊົນ ແລະເພື່ອຄວາມປອດໄພໃຫ້ແກ່ຜູ້ບໍລິໂພກ; ໃນທ້າຍເດືອນ ພະຈິກ 2023 ຜ່ານມາ, ເຈົ້າໜ້າທີ່ກວດກາການຄ້າ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ (ພອຄ) ແຂວງເຊກອງ

ໄດ້ປະສານສົມທົບກັບຫ້ອງການ ອຄ ເມືອງລະມາມ ແລະ ຂະແໜງອາຫານແລະຢາ ພະແນກສາທາລະນະສຸກແຂວງ ລົງຕິດຕາມ ກວດກາ ສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນນະພາບ ໃນຂອບເຂດເມືອງລະມາມ ແຂວງເຊກອງ, ພົບສິນຄ້າຫມົດອາຍຸ ລວມ 25 ລາຍການ, ໂດຍການນໍາພາ ຂອງທ່ານ ດາວວີ ສວຍທະລັງສີ ກຳມະການພັກແຂວງຫົວໜ້າພະແນກອຸດສາຫກໍາ ແລະການຄ້າແຂວງ.

ທ່ານ ໄຊປັນຍາ ເກດທອງພັນ ຮອງຂະແຫນງການຄ້າພາຍໃນ ( ພອຄ ) ແຂວງ ໄດ້ລາຍງານຜົນການກວດກາຕົວຈິງໃຫ້ຮູ້ວ່າ: ຜ່ານການລົງຕິດຕາມ ກວດກາ ຕາມຫ້າງຮ້ານເປົ້າໝາຍ, ຕະຫຼາດສົດ, ຮ້ານຂາຍເຄື່ອງສົ່ງ, ຮ້ານສັບພະສິນຄ້າ,ງານຕະຫຼາດນັດ ແລະ ຮ້ານຂາຍເຄື່ອງຍ່ອຍທົ່ວໄປ ຈໍານວນ 30 ຮ້ານ, ສາມາດກວດພົບສິນຄ້າທີ່ໝົດອາຍຸ ເຊື່ອມຄຸນນະພາບ ຈຳນວນ 18 ຮ້ານ, ພົບເຫັນສິນຄ້າທີ່ໝົດອາຍຸ ແລະ ສ້າງບົດບັນທືກການກວດກາກັບເຈົ້າຂອງຮ້ານ ທັງໝົດ 25 ລາຍການ ລວມມູນຄ່າ 5,924,000ກີບ ( ໃນນັ້ນ, ມີຮ້ານທີ່ໄດ້ສ້າງບົດບັນທືກສອງຄັ້ງຂຶ້ນໄປ ມີການປັບໄໝ ຈຳນວນ 50%ຂອງມູນຄ່າສິນຄ້າ ຕາມກົດໝາຍ ທັງໝົດ 10 ຮ້ານ ແລະ ຄັ້ງທໍາອິດ ຈຳນວນ 8 ຮ້ານ ) ປັບໄໝເຈົ້າຂອງຮ້ານທີ່ບໍ່ເອົາໃຈໃສ່ໃນການກວດກາສິນຄ້າຂອງຕົນເອງພາຍໃນຮ້ານ ອັນຈະເກີດຜົນເສຍຫາຍ ທາງດ້ານສຸຂະພາບໃຫ້ແກ່ຜູ້ບໍລິໂພກຈໍານວນ 10 ຮ້ານໃນມູນຄ່າ 1 ລ້ານກວ່າກີບ; ສຳລັບສິນຄ້າໝົດອາຍຸດັ່ງກ່າວແມ່ນໄດ້ນຳເຂົ້າມາເກັບມ້ຽນໃນສາງຂອງ ພະແແນກ ອຸດສາຫະກຳ ແລະ ການຄ້າແຂວງ, ລໍຖ້າການຈັດພິທີທຳລາຍຢ່າງເປັນທາງການ.

ໂອກາດລົງກວດກາສິນຄ້າໃນຄັ້ງນີ້ ພາກສ່ວນກ່ຽວຂ້ອງໄດ້ຮຽກຮ້ອງມາຍັງພໍ່ຄ້າຊາວຂາຍຕ້ອງໄດ້ເປັນເຈົ້າການປະຕິບັດລະບຽບກົດໝາຍໃຫ້ເຂັ້ມງວດ ແນໃສ່ເພື່ອຮັກສາຄວາມປອດໄພໃຫ້ແກ່ຜູ້ບໍລິໂພກ; ທ່ານ ໄຊປັນຍາ ເກດທອງພັນ ກ່າວຕື່ມວ່າ: ສໍາລັບແຜນໃນຕໍ່ໜ້າ ຍັງຈະໄດ້ສືບຕໍ່ລົງກວດກາ ສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນນະພາບ ທຸກໆຮ້ານໃນທົ່ວແຂວງຕື່ມອີກ.
ຂ່າວ: ພຸດທະສອນ

spot_img
spot_img

You cannot copy content of this page