ຕຳຫຼວດຈາລະຈອນ ປກສ ແຂວງຈຳປາສັກ ກັກລົດ

ຕຳຫຼວດຈາລະຈອນ ປກສ ແຂວງຈຳປາສັກ ກັກລົດ ແລ້ວກວດກາພົບຢາເສບຕິດ 4 ໝື່ນເມັດ

ໃນວັນທີ 14 ທັນວາ 2023, ເວລາປະມານ 11 ໂມງເຈົ້າໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ຮັບຄະດີຈາກເຈົ້າໜ້າທີ່ພະ ແນກຕຳຫຼວດຈາລະຈອນ ປກສ ແຂວງຈໍາປາສັກ

ປະຈຳຈຸດກວດກາຄວາມໄວ ບ້ານ ໂພນສີໄຄ ນະຄອນປາກເຊ ທີ່ໄດ້ກັກລົດເກັ່ງສີຂາວ ປ້າຍທະບຽນ ກກ 5924 ບໍລິຄຳໄຊ ເພື່ອກວດກາແລ້ວກວດຄົ້ນພາຍໃນລົດ ພົບເຫັນຢາເສບຕິດປະເພດຢາບ້າ 40.000 ເມັດ ຢູ່ພາຍໃນລົດເກັ່ງຄັນດັ່ງກ່າວ ເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຕົວຜູ້ຖືກຫາຈຳນວນ 2 ຄົນຄື:

  1. ທ້າວ ສຸລິສັກ ພາວິລິເດດ ອາຍຸ 32 ປີ ສັນຊາດລາວ ເຮັດສວນ
  2. ທ້າວ ແຫຼ້ ລັດທະວົງ ອາຍຸ 24 ປີ ສັນຊາດລາວ ເຮັດນາ

ພວກກ່ຽວທັງສອງຢູ່ບ້ານຫ້ວຍເພັດ ເມືອງປາກກະດິງ ແຂວງບໍລິຄຳໄຊ, ພ້ອມຂອງກາງຢາບ້າ 40.000 ເມັດ, ລົດເກັ່ງ 01 ຄັນ, ໂທລະສັບ 02 ໜ່ວຍ, ຫຼຽນພະ 03 ອົງ, ເງິນກີບ 1.200.000 ກີບ ແລະ ເຄື່ອງຂອງກາງອື່ນໆອີກຈຳນວນໜຶ່ງ

ຈາກນັ້ນ, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຈຶ່ງໄດ້ຂະຫຍາຍຜົນຫາຜູ້ຮ່ວມການນຳກັນ ສາມມາດກັກຕົວໄດ້ເພີ່ມອີກ 1 ຄົນຄື: ທ້າວ ໂໝດ ພັນໄຍ ອາຍຸ 24 ປີ ສັນຊາດລາວ ເຮັດນາ ຢູ່ບ້ານຫຽງ ເມືອງສຸຂຸມາ ແຂວງ ຈຳປາສັກ ໃນຂໍ້ຫາຂົນສົ່ງຢາເສບຕິດ ພ້ອມເຄື່ອງຂອງກາງ ແລະ ເຄື່ອງຂອງຕິດຕົວ ເງິນກີບ 9.000.000 ກີບ, ລົດຮຸນໄດ 6 ລໍ້ 1 ຄັນ, ໂທລະສັບ 1 ໜ່ວຍ, ປຶ້ມບັນຊີເງິນຝາກ 1 ຫົວ, ປຶ້ມຜ່ານແດນ 1 ຫົວ ແລະ ບັດປະຊາຊົນ 1 ບັດມາດຳເນີນຄະດີ.

ໃນວັນທີ 16 ທັນວາ 2023, ເຈົ້າໜ້າທີ່ຕຳຫຼວດຈາລະຈອນ ປກສ ແຂວງຈຳປາສັກ ປະຈຳຈຸດກວດກາຫຼັກ 16 ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຍັງໄດ້ກັກຕົວຜູ້ຖືກຫາ 1 ຄົນຄື: ທ້າວ ພຸດທະນົງ ສົມໄຊຜົນ (ພຸດ) ອາຍຸ 39 ປີ ກຳມະກອນ ບ້ານພູຄູນ ນະຄອນປາກເຊ ແຂວງຈຳປາສັກ ໃນຂໍ້ຫາ: ມີຢາເສບຕິດໄວ້ໃນຄອບຄອງ ແລະ ເສບຢາເສບຕິດ (ຢາບ້າ) ເຄື່ອງຂອງກາງມີ ຢາບ້າຈຳນວນ 62 ເມັດ, ເງິນກີບ 1.140.000 ກີບ, ໂທລະສັບ 1 ໜ່ວຍ ແລະ ລົດຈັກ 1 ຄັນ ມາດຳເນີນຄະດີ.

ປັດຈຸບັນຄະດີດັ່ງກ່າວ, ຍັງຢູ່ໃນຂັ້ນຕອນສືບສວນສອບສວນຂອງເຈົ້າໜ້າທີ່ ເພື່ອ ຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

spot_img
spot_img

You cannot copy content of this page