ເມຍໃຈຮ້າຍສຸດຂີດ!! ເຫັນຜົວນັ່ງລົດມາກັບຊູ້ ໃຊ້ກ້ອນດິນຈີ່ທຸບແກ້ວລົດບໍ່ຢຸດ.

ເມຍໃຈຮ້າຍສຸດຂີດ!! ເຫັນຜົວນັ່ງລົດມາກັບຊູ້ ໃຊ້ກ້ອນດິນຈີ່ທຸບແກ້ວລົດບໍ່ຢຸດ.

ເມື່ອຊ່ວງອາທິດທີ່ຜ່ານມາ ໂລກອອນລາຍຫວຽດນາມໄດ້ແຫ່ແຊວິດີໂອທີ່ກຳລັງເປັນກະແສ ເມື່ອພັນລະຍາສາວຄົນໜຶ່ງຈັບໄດ້ວ່າສາມີນອກໃຈ ຈຶ່ງເຮັດໃຫ້ນາງໃຈຮ້າຍສຸດຂີດ ຈົນເກີດເປັນເຫດການວຸ້ນວາຍຢູ່ກາງຖະໜົນ


ຕໍ່ມາຍິງສາວໄດ້ປະກາດວ່າ ສາເຫດທີ່ນາງອາລົມຮ້ອນແບບນີ້ ຍ້ອນວ່ານາງ “ເປັນເມຍໃຫຍ່” ສ່ວນບຸກຄົນທີ່ຢູ່ໃນລົດແມ່ນ “ສາມີ ແລະ ເມຍນ້ອຍ” ພ້ອມທັງສະແດງຮູບພາບຄອບຄົວໃຫ້ຝູງຊົນໄດ້ເຫັນ ສ່ວນສາມີ ແລະ ເມຍນ້ອຍບໍ່ສົນໃຈ ພວກເຂົາທັງ2ນັ່ງມິດຢູ່ໃນລົດ ຈຶ່ງເຮັດໃຫ້ເມຍໃຫຍ່ໃຈຮ້າຍກວ່າເກົ່າ.

ເຫດການເລີ່ມວຸ້ນວາຍ ເມື່ອມີຄົນມາເຕົ້າໂຮມຫຼາຍຂຶ້ນ ບາງຄົນກໍບັນທຶກວິດີໂອເກັບໄວ້ ບາງຄົນກໍໄລຟ໌ສົດລົງໂລກອອນລາຍ ລວມເຖິງເຮັດໃຫ້ການຈະລາຈອນຕິດຂັດ ຈົນເຈົ້າໜ້າທີ່ຕ້ອງເຂົ້າມາເຄຼຍສະຖານະການ.

ຂ່າວຕ່າງປະເທດ

spot_img
spot_img

You cannot copy content of this page