ຈັບແລ້ວ ແມ່ເຖົ້າ 69 ປີ ທັງຂາຍຍ່ອຍ ແລະ ເສບຢາເສບຕິດ

ຈັບແລ້ວ ແມ່ເຖົ້າ 69 ປີ ທັງຂາຍຍ່ອຍ ແລະ ເສບຢາເສບຕິດ

ໃນວັນທີ 11 ມີນາທີ່ຜ່ານມາ ໃຫ້ຮູ້ວ່າ: ພະແນກ ຕຳຫຼວດ ປກສ ເມືອງຫຼວງນ້ຳທາ ໄດ້ຮັບແຈ້ງຈາກພົນລະເມືອງດີ ໃນວັນທີ 29 ກຸມພາ ຜ່ານມາ ມີກຸ່ມຄົນບໍ່ດີມົ້ວສຸມຢາເສບຕິດ ຢູ່ເຂດບ້ານນ້ຳລື. ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາ, ເຫັນວ່າມີມູນຄວາມຈິງແທ້ ແລະ ສາມາດກັກຕົວເປົ້າໝາຍໄດ້ 1 ຄົນ, ເປັນເພດຍິງ ອາຍຸ 69 ປີ, ຢູ່ບ້ານນ້ຳລື ເມືອງຫຼວງນ້ຳທາ, ພ້ອມຂອງກາງຢາບ້າ 340 ເມັດ ແລະ ຢາຝິ່ນອີກ 4 ກ້ອນນ້ອຍ.

ຜ່ານການສືບສວນສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວຮັບສາລະພາບວ່າ: ຢາເສບຕິດຈຳນວນດັ່ງກ່າວແມ່ນເປັນຂອງຕົນເອງແທ້ , ເຊິ່ງໄດ້ພົວພັນຊື້ນຳຜູ້ຮ່ວມຂະບວນການດຽວກັນ, ເພື່ອນຳມາຂາຍຍ່ອຍ ແລະ ເສບເອງ, ປັດຈຸບັນເຈົ້າໜ້າທີ່ໄດ້ກັກຕົວຜູ້ກ່ຽວໄວ້ຄ້າຍຄຸມຂັງ, ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍ

ຂ່າວ: ປກສ ແຂວງຫຼວງນໍ້າທາ.

spot_img
spot_img

You cannot copy content of this page