ພຣະຕີກັນກາງງານບຸນ.

ແມ່ນແທ້ບໍ່? ໃສ່ສະບົງ ແລ້ວຊົງພະລັງ! ພຣະຕີກັນກາງງານບຸນ.

ຕາມສຳນັກຂ່າວໄທ ລາຍງານ ໃນວັນທີ 21 ມີນາ 2024 ນີ້ ກ່ຽວກັບເຫດການເປີດເສິກຜ້າເຫຼືອງລະຫວ່າງພຣະສອງອົງແລກມັດກັນກາງງານບຸນ ທີ່ແຂວງສຸຣາດທານີ ປະເທດໄທ.

ໂດຍເຫດການເກີດຂຶ້ນ, ເມື່ອເຈົ້າຂອງບ້ານໄດ້ນິມົນພຣະມາເຮັດບຸນປີໃໝ່ຢູ່ບ້ານໃຫ້ ພໍ່ຕູ້-ແມ່ຕູ້ ແລະ ເຫດການບໍ່ຄາດຄິດກໍເກີດຂຶ້ນໃນຂະນະທີ່ພຣະກຳລັງນັ່ງສັນເຂົ້າ, ພຣະອົງໜຶ່ງກໍໄດ້ລຸກຊົກໜ້າພຣະອີກອົງໜຶ່ງ ທີ່ຢືນຢູ່ ຈຶ່ງເປັນເຫດຕີກັນກາງບ້ານ ເຮັດໃຫ້ທຸກຄົນໃນງານຕາງຕົກໃຈເນື່ອງຈາກເປັນງານບຸນ ແລະ ບໍ່ຄິດວ່າຈະເກີດເຫດການແບບນີ້.

ຫຼັງຈາກຄຣິບວີດີໂອຖືກເຜີຍແຜ່ອອກໄປກໍເຮັດໃຫ້ມີຄົນເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍເຖິງພຶດຕິກຳທີ່ບໍ່ເໝາະສົມຂອງພຣະທັງ 2 ອົງນີ້.

ກ່ຽວກັບສາເຫດ, ຍັງຕ້ອງໄດ້ລໍຖ້າຕື່ມ ເນື່ອງຈາກເລື່ອງຫາກໍເກີດ ແລະ ຄາດວ່າຈະມີການເອີ້ນພຣະທັງສອງມາສຳຫຼວດ.

ຂ່າວ : ລາວໂພສ

spot_img
spot_img

You cannot copy content of this page